ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ​ແຊັກ​ບີ ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​ສາມັກຄີ​ກັນ​ຕໍ່ຕ້ານ "ການ​ປະຕິວັດ​ສີ"


ທ່ານ ອາ​ເລັກ​ຊັນ​ດາ ວູ​ຊີກ ປະທານາທິບໍດີ​ແຊັກ​ບີ

     ​ຊິນ​ຮວາ​ຂອງ​ຈີນ ລາຍ​ງານ​ໃຫ້​ຮູ້​ໃນ​ ​ທີ 16 ກຸມພາ 2025 ນີ້​ວ່າ: ວັນ​ທີ 15 ກຸມພາ ນີ້, ທ່ານ ອາ​ເລັກ​ຊັນ​ດາ ວູ​ຊີກ ປະທານາທິບໍດີ​ແຊັກ​ບີ
ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກິດຈະກຳ​ສະເຫຼີມສະຫຼອງ​ວັນຊາດ​ແຊັກ​ບີ ວ່າ, ການເຄື່ອນໄຫວ​ປະ​ທ້ວງ​ທີ່​ເກີດ​ຂຶ້ນ​ຢູ່​ແຊັກ​ບີ ໃນ​ຫວ່າງ​ມໍ່ໆ ມານີ້ ແມ່ນ​ວາງ​
ແຜນ​ສ້າງ​ຂຶ້ນ​ໂດຍ​ອິດ​ທິ​ກຳລັງ​ພາຍ​ນອກ, ມີ​ຈຸດປະສົງ ເພື່ອ​ກໍ່​ການ​ປະຕິວັດ​ສີ ແຕ່​ໄດ້​ປະ​ລາ​ໄຊ​ແລ້ວ, ຂ້າພະເຈົ້າ ໄດ້​ແຈ້ງ​ອົງການ​ພັດທະນາ​ສາກົນ
ອາ​ເມ​ຣິ​ກາ, ກອງ​ທຶນ​ປະຊາ ທິປະໄຕ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ ແລະ ກອງ​ທຶນ​ປະຊາທິປະໄຕ​ເອີ​ຣົບ ເພື່ອ​ໃຫ້​ເຂົາເຈົ້າ​ຮັບ​ຮູ້​ວ່າ: ເຂົາເຈົ້າ ຈະ​ບໍ່​ສາມາດ
​ເອົາ​ຊະນະ​ແຊັກ​ບີ ໄດ້​ບໍ່​ວ່າ​ເວລາ​ໃດ.

     ປັດຈຸບັນ​ນີ້, ໃນ​ຂະນະ​ທີ່​ຜະເຊີນ​ກັບ​ໄພ​ຂົ່ມຂູ່​ພາຍ​ນອກ, ພາຍ​ໃນ​ປະເທດ​ແຊັກ​ບີ ກໍ​ມີ​ອິດ​ທິ​ກຳລັງ​ທີ່​ຫວັງ​ຢາກ​ຄວບ​ຄຸມ​ການເມືອງ​ໂດຍ​ນຳ​
ໃຊ້​ຊາວ​ໜຸ່ມ, ພວກ​ເຮົາ​ຕ້ອງ​ສາມັກຄີ​ກັນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ແລະ ຜົນ​ປະໂຫຍດ​ຂອງ​ປະເທດ.

ແຫຼ່ງທີ່ມາ: ຂກທ
ວັນທີ 19/02/2025