ຟີລິບປິນ ພົບໄວໜຸ່ມຕິດເຊື້ອ HIV ເພີ່ມຂຶ້ນ 500%
ວັນທີ 5 ມິຖຸນາ 2025 ກະຊວງສາທາລະນະສຸກຂອງ ຟີລິບປິນ ໄດ້ສະເໜີໃຫ້ມີການປະກາດເຊື້ອໄວຣັດ HIV ເປັນພາວະສຸກເສີນ
ດ້ານສາທາລະນະສຸກລະດັບຊາດ ຫຼັງຈາກຈຳນວນຜູ້ຕິດເຊື້ອ HIV ໃນໄວໜຸ່ມເພີ່ມຂຶ້ນເຖິງ 500%, ໂດຍພົບຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຫຼວງ
ຫຼາຍໃນກຸ່ມຄົນອາຍຸ 15 ຫາ 25 ປີ.
ຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນປະຈຳວັນໄດ້ເພີ່ມຂຶ້ນເປັນ 57 ຄົນ ນັບແຕ່ເດືອນມັງກອນ ຫາ ເດືອນ ມີນາ ປີນີ້ ເຊິ່ງຖືເປັນຈຳ
ນວນສູງທີ່ສຸດໃນພາກພື້ນປາຊີຟິກຕາເວັນຕົກ. ຈຳນວນຜູ້ຕິດເຊື້ອ HIV ທີ່ໄດ້ຮັບການບົ່ງມະຕິໃໝ່ໄດ້ເພີ່ມຂຶ້ນສອງເທົ່າໃນໄລຍະ 10 ປີທີ່
ຜ່ານມາ, ຈາກພຽງແຕ່ 21 ຄົນຕໍ່ວັນໃນປີ 2014 ເປັນ 48 ຄົນຕໍ່ວັນ ໃນປີ 2024. ກະຊວງດັ່ງກ່າວລະບຸວ່າ: ມີຜູ້ຕິດເຊື້ອ 56 ຄົນຕໍ່ວັນຕັ້ງ
ແຕ່ເດືອນມັງກອນ ຫາ ເດືອນ ເມສາ 2025, ເພີ່ມຂຶ້ນ 44% ຈາກໄລຍະດຽວກັນຂອງປີກາຍ.
ຟີລິບປິນ ມີຄົນເຈັບທີ່ໄດ້ຮັບການບົ່ງ ມະຕິວ່າຕິດເຊື້ອ HIV ອາຍຸນ້ອຍລົງເລື້ອຍໆ, ໂດຍຂໍ້ມູນສະແດງໃຫ້ເຫັນວ່າກໍລະນີທີ່ຖືກຢືນຢັນ
ສ່ວນໃຫຍ່ໃນກຸ່ມອາຍຸ 25-34 ປີ ນັບແຕ່ປີ 2006. ຂໍ້ມູນລະບຸວ່າ: ເຊື້ອໄວຣັດ HIV ແຜ່ລະບາດຜ່ານການຕິດຕໍ່ທາງເພດສຳພັນເປັນຫຼັກ,
ແຕ່ໄດ້ປ່ຽນແປງມາເປັນການລະບາດໃນກຸ່ມຜູ້ຊາຍທີ່ມີເພດສຳພັນກັບຜູ້ຊາຍເປັນສ່ວນຫຼາຍ ຕັ້ງແຕ່ປີ 2007.
ແຫຼ່ງທີ່ມາ: ຂກທ
ວັນທີ 09/06/2025