ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ ໃນ​ຂອບ​ເຂດ​ອາ​ຊຽນ-ອາ​ຊຽນ+3

     ​ທີ 16 ມິຖຸນາ 2025 ມາ​ເລ​ເຊຍ, ໄດ້​ດຳເນີນ​ຫຼາຍ​ກອງ​ປະຊຸມ ເຈົ້າ​ໜ້າທີ່​ອາວຸໂສ (SOM) ໃນ​ຂອບ​ເຂບ​ອາ​ຊຽນ, ອາ​ຊຽນ +3,
ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາເວັນ​ອອກ (EAS) ແລະ ເວທີ​ປາ​ໄສ ພາກ​ພື້ນ ອາ​ຊຽນ (ARF), ດ້ວຍ​ການ​ເຂົ້າ​ຮ່ວມ ຂອງ​ຜູ້​ແທນ​ທີ່​ມາ​
ຈາກ 10 ປະເທດ ອາ​ຊຽນ ແລະ 17 ຄູ່​ຮ່ວມ​ມື. ຜ່ານ​ບົດ​ລາຍ​ງານ​ຂອງ​ກອງ​ເລຂາ ອາ​ຊຽນ ໄດ້​ຊີ້​ໃຫ້​ເຫັນ​ການ​ຮ່ວມ​ມື​ໃນ​ບັນດາ​ກົນ​ໄກ
ສືບຕໍ່​ມີ​ຄວາມ​ຄືບ​ໜ້າທີ່​ຕັ້ງໜ້າ.

     ໃນ​ຂອບ​ເຂດ​ກົນ​ໄກ ອາ​ຊຽນ+3, ການເຄື່ອນໄຫວ​ໃນ​ແຜນການ​ປະຕິບັດ​ງານ ໄລຍະ 2023-2027 ກວ່າ 60% ໄດ້ ແລະ ກຳ
ລັງ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຫຼາຍ​ຂົງເຂດ​ແຕ່​ການ​ຄ້າ, ການ​ລົງທຶນ, ວິ​ສາ​ຫະ​ກິດ ຂະໜາດ​ນ້ອຍ ແລະ ກາງ, ຕະຫຼອດ​ຮອດ​ການ
ທ່ອງທ່ຽວ, ການ​ເຊື່ອມ​ຕໍ່​ລະບົບ​ສະໜອງ. ແຜນການເຄື່ອນໄຫວ EAS ໄລຍະ 2024-2028 ເບື້ອງ​ຕົ້ນ ບັນລຸ​ໝາກຜົນທີ່​ໜ້າ​ຊື່ນ
​ຊົມ ໃນ​ບັນດາ​ຂົງເຂດ​ຄື: ດິນ​ຟ້າ​ອາກາດ, ສິ່ງແວດລ້ອມ, ພະລັງງານ, ສາທາລະນະ​ສຸກ, ການ​ເຊື່ອມ​ຕໍ່ ແລະ ການ​ເດີນ​ເຮືອ. ບັນດາ​ກົນ
​ໄກ​ຂຶ້ນ​ກັບ ARF ກໍ​ພວມ​ຜັນ​ຂະຫຍາຍຢ່າງ​ຕິດ​ແທດ​ຕາມ​ແຜນການ​ປະຕິບັດ​ງານ​ທີ່​ໄດ້​ວາງ​ອອກ ດ້ວຍ​ຫຼາຍ​ການເຄື່ອນໄຫວ​ທີ່​ແທດ
​ຈິງ ກ່ຽວ​ກັບ​ຄວາມ​ໝັ້ນຄົງໃນ​ການ​ເດີນ​ເຮືອ, ການ​ຄວບ​ຄຸມ ແລະ ຫຼຸດຜ່ອນ​ໄພພິບັດ​ທຳ​ມະ​ຊາດ, ການ​ຮັບ​ມື​ກັບ​ອາດຊະຍາ​ກຳ​ຂ້າມ​
ຊາດ, ການ​ປ້ອງ​ກັນ, ຕ້ານ​ການ​ກໍ່​ການ​ຮ້າຍ.

     ໃນ​ບັນດາ​ວາລະ​ປຶກສາ​ຫາລື, ບັນດາ​ປະເທດໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາກ່ຽວ​ກັບ ຫຼາຍ​ບັນຫາ​ສາກົນ ແລະ ພາກ​ພື້ນ ຄື: ມຽນ​
ມາ, ແຫຼມ ເກົາຫລີ, ຕາເວັນ​ອອກ​ກາງ, ການ​ປະ​ທະ​ກັນ​ຢູ່ ອູ​ແກຣນ, ພ້ອມ​ທັງເນັ້ນ​ໜັກ​ເຖິງການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນຕິ​ວິ
ທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ໃນ​ນັ້ນມີ​ກົດ​ບັດ ​ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະເລ (UCLOS) ປີ 1982. ບັນດາ​ປະເທດ​
ເຫັນ​ດີ​ຊຸກຍູ້​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ຄື: ສັນຍາ​ແມ່​ເສດຖະກິດ​ດີ​ຈີ​ຕອນ, ຕາ​ໜ່າງ​ໄຟຟ້າ​ອາ​ຊຽນ, ຍົກ​ລະດັບ​ສັນຍາການ​ຄ້າ​ເສລີ ອາ​
ຊຽນ-ຈີນ 3.0, ກອງ​ທຶນ​ສຳຮອງ​ເຂົ້າ​ສຸກ​ເສີນ ອາ​ຊຽນ +3, ລະບົບ ນິເວດ​ລົດໄຟ​ຟ້າ, ການ​ເຊື່ອມ​ຕໍ່ໃນ​ການ​ຊຳລະ​ຂ້າມ​ຊາຍ​ແດນ.

ແຫຼ່ງທີ່ມາ: ຂກທ
ວັນທີ 18/06/2025