ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ແລະ ອູ​ແກຼນ ​ແລກປ່ຽນ​ສະ​ເລີຍ​ເສິກ ຄັ້ງ​ທຳ​ອິດ​ ພາຍຫລັງ​ຂໍ້​ຕົກລົງ​ຢູ່ ອິສ​ຕັນ​ບູນ


     ວັນ​ທີ 11 ມິຖຸນາ​ ກະຊວງ​ປ້ອງ​ກັນ​ປະເທດ ຣັດ​ເຊຍ​ເປີດເຜີຍ​ວ່າ, ຣັດ​ເຊຍ ແລະ ອູ​ແກຼນ ໄດ້​ດຳເນີນ​ການ​ແລກປ່ຽນ​ສະ​ເລີຍ​ເສິກ​ຄັ້ງ​ທຳ​ອິດ
ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ຂອບ​ເຂດ​ຮອບ​ເຈລະຈາ​ສັນຕິພາບ​ຢູ່ ອິສ​ຕັນ​ບູນ ປະເທດ ຕວກ​ກີ. ກຸ່ມ​ພົນທະຫານ ທຳ​ອິດ ທີ່​ອູ​ແກຼນ ແລກປ່ຽນ
ແມ່ນ​ບັນດາ​ພົນທະຫານ​ມີ​ອາຍຸ​ຕ່ຳ​ກວ່າ 25 ປີ.

     ປັດຈຸ​ບັນ ໄດ້​ສົ່ງ​ກັບ ເບ​ລາ​ຣູດ ເພື່ອ​ຮັບ​ເອົາ​ການ​ຫນູນ​ຊ່ວຍ​ທາງ​ການ​ແພດ ທີ່​ຈຳເປັນ. ຂະນະ​ທີ່ ຣັດ​ເຊຍ ກໍ່​ແລກປ່ຽນ​ຈຳນວນ​ສະ​ເລີຍ​ເສິກ​
ອູ​ແກຼນ ທຽບ​ເທົ່າ​ກັນ, ແຕ່​ສອງ​ຝ່າຍ ບໍ່​ເຜີຍ​ຕົວ​ເລກ​ລະອຽດ. ໃນ​ວັນ​ດຽວ​ກັນ, ທ່ານ ດີມີຕຣີ ເປສຄອບ ໂຄສົກປະຈໍາທໍານຽບ ເຄຣມລິນກ່າວ
ວ່າ, ​ມົດ​ສະ​ກູ ສືບຕໍ່ ປະຕິບັດ​ຕາມ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ບັນລຸ​ໄດ້​ໃນ​ຂອບ​ເຂດ​ບັນດາ​ການ​ເຈລະຈາ​ສັນຕິພາບ, ພ້ອມ​ທັງ​ຢືນຢັນ: ຣັດ​ເຊຍ ຍາມ
​ໃດ​ກໍ່​ປະຕິບັດ​ຢ່າງ​ເຂັ້ມ​ງວດ​​ບັັນ​ດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ, ໃນ​ນັ້ນ ມີ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ແລກປ່ຽນ​ສະ​ເລີຍ​ເສິກ ເຊິ່ງ​ໄດ້​ຕົກລົງ​.
ເຫັນ​ດີ​ໃນ​ຮອບ​ເຈລະຈາ​ຢູ່ ອິສຕັນ​ບູນ. ສ່ວນ​ທ່ານ ເຊ​ເລັນ​ສະ​ກີ ປະທານາທິບໍດີ ອູ​ແກຼນ ຢັ້ງຢືນ​ວ່າ, ການ​ແລກປ່ຽນ​ສະ​ເລີຍ​ເສິກ ກັບ​ຣັດ​ເຊຍ
ພວມ​ດຳເນີນ ແລະ ການເຄື່ອນໄຫວ​ນີ້ ຈະ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ຫຼາຍ​ໄລຍະ​ໃນຊຸມ​ມື້​ຈະ​ມາ​ເຖິງ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 12/06/2025