ສປຊ ຮຽກຮ້ອງຄວາມຕັດສິນໃຈການເມືອງ ເພື່ອຢຸດຕິການປະທະກັນຢູ່ຕາເວັນອອກກາງ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວັນທີ 28 ກຸມພານີ້ວ່າ: ຢູ່ສຳນັກງານ ສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສະຫະລັດ
ອາເມຮິກາ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືກ່ຽວກັບສະພາບການຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ, ໃນນັ້ນ ຮຽກ
ຮ້ອງໃຫ້ຊອກຫາມາດຕະການແບບຍືນຍົງໃຫ້ແກ່ການປະທະກັນທີ່ແກ່ຍາວຢູ່ເຂດ ກາຊາ.
ເມື່ອລາຍງານຕໍ່ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ, ທ່ານນາງ ຊີເກີດ ຜູ້ປະສານງານພິເສດ
ຂອງ ສປຊ ກ່ຽວກັບວິວັດທະນາການສັນຕິພາບຕາເວັນອອກກາງ ຊີ້ແຈ້ງວ່າ ທຸກຝ່າຍກ່ຽວຂ້ອງຕ້ອງສະແດງຄວາມຕັດສິນໃຈດ້ານການ
ເມືອງ ເພື່ອມຸ່ງໄປເຖິງມາດຕະຖານແບບຍືນຍົງໃຫ້ແກ່ການປະທະກັນ ອິດສະຣາແອນ-ປາແລັດສະຕິນ.
ທ່ານ ນາງ ຊີເກີດ ຢັ້ງຢືນວ່າ ຕາເວັນອອກກາງ ອາດຈະບັນລຸໄດ້ພື້ນ ຖານສັນຕິພາບ, ມຸ່ງໄປເຖິງອະ ນາຄົດ ລັດ ອິດສະຣາແອັນ ຄົງ
ຕົວໂດຍຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງໄປພ້ອມກັບລັດ ປາແລັດສະຕິນ ເອກະລາດ. ແຕ່ສິ່ງດັ່ງກ່າວຮຽກຮ້ອງບັນດາຄວາມ
ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ມີລັກສະນະສົມທົບ ແລະ ຄວາມກ້າຫານທາງການເມືອງຈາກທຸກໆຝ່າຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 03/03/2025