ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດ​ສະ​ຣາ​ແອນ ​ໄດ້​ຄຸ້ມ​ຄອງ​ເນື້ອທີ່ 60% ຂອງ​ເຂດ​ກາ​ຊາ


ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ ນາຍົກລັດຖະມົນຕີ​ອິດ​ສະ​ຣາ​ແອນ

     ​​ສໍານັກ​ຂ່າວ ຊິນ​ຣວ​​າ ລາຍ​ງານ​ໃນ​ວັນ​ທີ 19 ພຶດສະພາ​ນີ້, ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ ນາຍົກລັດຖະມົນຕີ​ອິດ​ສະ​ຣາ​ແອນ
ຍອມຮັບ​ວ່າ: ອິດ​ສະ​ຣາ​ແອນ ​ໄດ້​ຂະຫຍາຍ​ຂອບ​ເຂດ​ຄວບ​ຄຸມ​ເຂດ​ກາ​ຊາ​ມາ​ໂດຍ​ຕະຫຼອດ. ທ່ານ​ກ່າວ​ວ່າ: “ປັດຈຸບັນ, ເນື້ອທີ່​ຢູ່​ເຂດ
​ກາ​ຊາ​ທີ່​ອິດ​ສະ​ຣາ​ແອນ​ຄວບ​ຄຸມ​ບໍ່​ແມ່ນ 50% ແລ້ວ, ຫາກ​ແມ່ນ 60%.” ຕາມ​ຂ່າວ​ແຈ້ງວ່າ: ເດືອນ​ມີນາ​ປີ​ນີ້, ອິດ​ສະ​ຣາ​ແອນ​ໄດ້​
ເຜີຍແຜ່ “ແຜ່ນ​ທີ່​ເຂດ​ກາ​ຊາ​ສະບັບ​ ໃໝ່” ສະແດງ​ໃຫ້​ເຫັນ​ວ່າ: ນອກຈາກ​ອິດ​ສະ​ຣາ​ແອນ​ໄດ້​ຄຸ້ມ​ຄອງ​ເນື້ອທີ່ 50% ຂອງ​ເຂດ​ກາ​ຊາ​
ແລ້ວ, ຍັງ​ໄດ້​ເພີ່ມ “ເຂດ​ຈຳກັດ” ໃໝ່ ທີ່​ຂະຫຍາຍ​ອອກ​ນອກ​ຂອບ​ເຂດ​ທີ່​ຂີດ​ແບ່ງ ຫຼື ຖືກ​ກຳນົດ​ໂດຍ “ເສັ້ນ​ເຫຼືອງ”.

     ອີງ​ຕາມ​ສັນຍາ​ຢຸດ​ຍິງ​ໃນ​ເຂດ​ກາ​ຊາ​ໄລຍະ​ທຳ​ອິດ, ຢູ່​ນອກ “ເສັ້ນ​ເຫຼືອງ” ແມ່ນ​ເຂດ​ຄວບ​ຄຸມ​ຂອງ​ກອງທັບ​ອິດ​ສະ​ຣາ​ແອນ, ຈະ
​ບໍ່​ອະນຸຍາດ​ໃຫ້​ກອງທັບ​ອິດ​ສະ​ຣາ​ແອນ​ເຂົ້າ​ປະຈຳ ຫຼື ປະຕິບັດ​ງານ​ໃດໆຢູ່​ພາຍ​ໃນ “ເສັ້ນ​ເຫຼືອງ” ອີກ​ຕໍ່​ໄປ. ທະຫານ​ອິດ​ສະ​ຣາ​ແອນ​
ເຄີຍ​ຍິງ ແລະ ສັງຫານ​ຊາວ​ປາ​ແລັດ​ສະ​ຕິນ​ທີ່​ໄດ້​ຂ້າມ “ເສັ້ນ​ເຫຼືອງ” ຫຼາຍ​ເທື່ອ ແລະ ກ່າວ​ວ່າ ກຸ່ມ​ປະກອບ​ອາວຸດ​ຮາ​ມາ​​ສ​ໄດ້​ກໍ່​ການ​
ໂຈມ​ຕີ​ໂດຍ​ການ “ຂ້າມ​ເສັ້ນ​ເຫຼືອງ”.

ແຫຼ່ງທີ່ມາ: ຂກທ
ວັນທີ 21/05/2026