ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍ​ປະເທດ​ຖະແຫຼງ​ສືບຕໍ່​ໜູນ​ຊ່ວຍ​ໃຫ້​ແກ່ ອູ​ແກຣນ

     ໃນວັນ​ທີ 4 ມີນາ 2025 ນີ້, ນາຍົກອັງກິດ ຖະແຫຼງການ​ວ່າ, ພວມສຸມ​ໃສ່ ການ​ຮັບປະກັນ​ສັນຕິພາບ​ຢູ່ ອູ​ແກຣນ. ໃນໂອກາດຖະ
ແຫຼງຂ່າວ​ຕໍ່​​ສື່​ມວນ​ຊົນ, ພາຍຫຼັງການປຶກສາຫາລືກັບບັນດາຜູ້ນໍາໃນເອີຣົບ, ຜູ້ນໍາອັງກິດ ເປີດເຜີຍຕື່ມ​ວ່າ: ລັດຖະບານ ອັງກິດ ພວມ​ສຸມ​
ໃສ່​ໜູນ​ຊ່ວຍ​ ອູ​ແກຣນ ແລະ ພວມ​​ພະຍາຍາມ​ໂນ້ມອຽງໃຫ້ສະຫະລັດ ອາເມຣິກາ ເຂົ້າ​ຮ່ວມ​ການ​ເຈລະຈາ​ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື ເອີ​
ຣົບ ແລະ ອູ​ແກຣນ.

     ໃນ​ວັນ​ດຽວ​ກັນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດອັງກິດ ທ່ານ ເຊັກ​ໂກ ຈາ​ນ່າ ເຊີ​ໂນ​ໂຄ​ວາ ຖື​ເລື່ອງ ສະຫະລັດ ອາເມລິກາ
ຢຸດຕິ​ການ​ຊ່ວຍເຫຼືອ​ດ້ານ​ການ​ທະຫານ​ໃຫ້​ແກ່ ອູ​ແກຣນ ແມ່ນ​ສິ່ງ​ທີ່​ໜ້າ​ເສຍດາຍ, ພ້ອມ​ທັງ​ຫວັງ​ວ່າ ທ່ານ​ປະທານາທິບໍດີ ອູ​ແກຣນ ໂວ​
ໂລ​ດິເມຍ ເຊ​ເລນ​ສະ​ກີ (Volodymyr Zelensky) ແລະ ທ່ານ​ປະທານາທິບໍດີ ອາເມລິກາ ໂດ​ນັນ ທຣຳ (Donald Trump) ອາດ​
ຈະ​ຊອກ​ຫາ​ສຽງ​ ເວົ້າ​ລວມ ​ຍິ່ງ​ໄວ​ກໍ​ຍິ່ງ​ດີ ແລະ ວໍ​ຊິງ​ຕັນ ຈະ​ຟື້ນ​ຟູ​ການ​ຊ່ວຍເຫຼືອ ໃຫ້ແກ່ ກີ​ແອັບ ຄືນໃໝ່. ທ່ານ ລີ ຈ່າວ ວອງ ໂຄສົກ
​ກະຊວງ​ການ​ຕ່າງປະເທດ ສ ເກົາຫຼີ ໃຫ້​ຮູ້​ວ່າ: ສ ເກົາຫຼີ ຈະ​ສືບຕໍ່​ມານະ​ພະຍາຍາມ​ໜູນ​ຊ່ວຍ​ຟື້ນ​ຟູ​ສັນຕິພາບ ແລະ ສ້າງສາ ອູ​ແກຣນ ຄືນ
ໃໝ່​ຢ່າງ​ວ່ອງໄວ.

ແຫຼ່ງທີ່ມາ: ຂກທ
ວັນທີ 11/03/2025