ຍັດຕິບໍ່ໄວ້ວາງໃຈນາຍົກລັດຖະມົນຕີໄທ ບໍ່ຜ່ານການຮັບຮອງ
ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ
ໃນວັນທີ 26 ມີນາ 2025ນີ້: ສະພາຜູ້ແທນ ຣາດຊະດອນໄທ ໄດ້ລົງຄະແນນສຽງຕໍ່ຍັດຕິບໍ່ໄວ້ວາງໃຈ ທ່ານ ນາງ ແພທອງທານ ຊິນ
ນະວັດ ນາຍົກລັດຖະມົນຕີໄທ ຄົນປັດຈຸບັນ ພ້ອມດ້ວຍຄະນະລັດຖະບານ ທີ່ສະເໜີໂດຍ ພັກຝ່າຍຄ້ານ, ຍັດຕິດັ່ງກ່າວບໍ່ຜ່ານການຮັບຮອງ.
ໃນການລົງຄະແນນສຽງ ທີ່ຈັດຂຶ້ນໃນວັນທີ 26 ມີນານີ້, ມີສະມາຊິກສະພາຜູ້ແທນ ຣາດຊະດອນໄທຫລາຍກວ່າເຄິ່ງໜຶ່ງໄດ້ລົງຄະ
ແນນສຽງບໍ່ເຫັນດີ ຕໍ່ຍັດຕິບໍ່ໄວ້ວາງໃຈ ດັ່ງກ່າວ, ສະນັ້ນ, ປະທານ ລັດຖະສະພາ ຈຶ່ງປະກາດ ບໍ່ຮັບຮອງຍັດຕິດັ່ງກ່າວ.
ພາຍຫລັງ ຍັດຕິບໍ່ໄວ້ວາງໃຈຖືກປະຕິເສດແລ້ວ, ທ່ານນາງ ແພງທອງທານ ຊິນນະວັດ ໄດ້ລົງບົດຄວາມຜ່ານທາງສື່ສັງຄົມອອນລາຍ
ໂດຍສະແດງຄວາມຂອບໃຈຕໍ່ບັນດາຝ່າຍທີ່ປະຕິບັດໜ້າທີ່ຜູ້ແທນປະຊາຊົນ ຢ່າງເຕັມສ່ວນ, ຂອບໃຈຕໍ່ໜ່ວຍງານ ຂອງຄະນະລັດຖະບານທີ່
ໄດ້ຊີ້ແຈງ ຢ່າງລະອຽດ ຕໍ່ຫົວຂໍ້ປຶກສາຫາລື ທັງໝົດພ້ອມທັງ ໄດ້ສະແດງຄວາມຂອບໃຈຕໍ່ສະມາຊິກສະພາ ບໍ່ວ່າຈະເປັນພັກກຳອຳນາດ ຫຼື
ພັກຝ່າຍຄ້ານ ກໍຕາມລ້ວນແຕ່ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການ ຕິດຕາມ, ກວດກາ ເພື່ອຮັບປະກັນຜົນປະໂຫຍດ ຂອງຊາດ.
ແຫຼ່ງທີ່ມາ: ຂກທ
ວັນທີ 01/04/2025