
ສ ເກົາຫລີ ເຕືອນໄພພົບພະຍາດ ອະຫິວາໝູອາຟຣິກາ

ກະຊວງກິດຈະການພາຍໃນ ແລະ ຄວາມປອດໄພຂອງ ສ ເກົາຫລີ ປະກາດປ້ອງກັນພະຍາດ ໃນວັນທີ 15 ກັນຍາ ຜ່ານມາ ພາຍ
ຫລັງຢືນຢັນພົບພະຍາດອະຫິວາໝູອາຟຣິກາໃນໝູ (ASF) ຢູ່ຟາມໝູແຫ່ງໜຶ່ງໃນເຂດຢອນຊອນ ແຂວງຢອງກີ ໂດຍຖືເປັນກໍລະນີທີ 5
ແລ້ວໃນປີນີ້ ສ່ວນກໍລະນີຫລ້າສຸດກ່ອນໜ້ານີ້ພົບໃນເດືອນກໍລະກົດ.
ສຳນັກຂ່າວຊິນຮາວລາຍງານວ່າ: ໜ່ວຍງານກັກກັນພະຍາດໄດ້ອອກປະກາດເຕືອນໄພລະດັບສີແດງທົ່ວປະເທດ, ພ້ອມສັ່ງໃຫ້ຟາມ
ໝູ ແລະ ສະຖານທີ່ ທີ່ກ່ຽວຂ້ອງໃນເຂດຢອນຊອນ ແລະ ພື້ນທີ່ອ້ອມຮອບຢຸດສ້າງກິດຈະກຳທັງໝົດເປັນເວລາ 48 ຊົ່ວໂມງ ຈົນຮອດເວ
ລາ 20:00 ໂມງ ຂອງວັນທີ 16 ກັນຍາ ຕາມເວລາທ້ອງຖິ່ນ. ທັງນີ້, ໜ່ວຍງານກັກກັນພະຍາດໄດ້ສົ່ງທີມງານລົງພື້ນທີ່ເພື່ອຂ້າເຊື້ອໃນບໍລິ
ເວນອ້ອມຮອບ ແລະ ຄວບຄຸມການເຂົ້າ-ອອກຟາມໝູ ທີ່ກວດພົບພະຍາດ ພ້ອມກຳຈັດໝູທີ່ໄດ້ຮັບຜົນກະທົບທັງໝົດ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/09/2025