
ຫວຽດນາມ ປັບປຸງກົດໝາຍ ວ່າດ້ວຍພາສີ ແລະ ນ້ຳມັນເຊື້ອໄຟ
ສິນຄ້າຕ່າງໆ ຕ້ອງປະຕິບັດລະບຽບການດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ
ທີ່ຊື້-ຂາຍ ສິນຄ້າກັບຕ່າງປະເທດ ຜ່ານແພຼັດຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການຢັ້ງຢືນທາງເອເລັກໂຕຣນິກ.
“ໃນຕອນເຊົ້າວັນທີ 23 ສິງຫາ 2026, ທີ່ກອງປະຊຸມວິສາມັນ ຄັ້ງປະຖົມມະເລິກ ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ທີ່ຈັດຂຶ້ນຢູ່ຮ່າ
ໂນ້ຍ, ສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍ ວ່າດ້ວຍພາສີ (ສະບັບປັບປຸງ ແລະ ເພີ່ມເຕີມ), ກົດໝາຍ ວ່າດ້ວຍນ້ຳມັນ
ເຊື້ອໄຟ (ສະບັບປັບປຸງ) ແລະ ກົດໝາຍ ວ່າດ້ວຍການເຜີຍແຜ່ ແລະ ສຶກສາອົບຮົມກົດໝາຍ (ສະບັບປັບປຸງ). ກົດໝາຍເຫຼົ່ານີ້ ຈະມີຜົນສັກສິດ ນັບຕັ້ງ
ແຕ່ວັນທີ 1 ມີນາ 2027 ເປັນຕົ້ນໄປ.” “ ກົດໝາຍ ວ່າດ້ວຍພາສີ ສະບັບປັບປຸງ ແມ່ນໄດ້ເພີ່ມເຕີມກົນໄກການຄຸ້ມຄອງ ສິນຄ້າສົ່ງອອກ ແລະ ນຳເຂົ້າ
ຜ່ານທາງທຸລະກຳເອເລັກໂຕຣນິກ; ເພີ່ມເຕີມກ່ຽວກັບການກວດກາ ແລະ ຕິດຕາມກວດກາ ສິນຄ້າສົ່ງອອກ ແລະ ນຳເຂົ້າ ຜ່ານແພຼັດຟອມການຄ້າເອ
ເລັກໂຕນິກ. ຕາມນັ້ນແລ້ວ, ສິນຄ້າຕ່າງໆ ຕ້ອງປະຕິບັດລະ ບຽບການດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນ ດາອົງການຈັດຕັ້ງ ແລະ
ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພຼັດຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການຢັ້ງຢືນທາງເອເລັກໂຕຣນິກ.”
“ໃນຕອນເຊົ້າວັນດຽວກັນນີ້, ສະພາແຫ່ງຊາດ ຍັງໄດ້ປຶກສາຫາລື ກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍກົນໄກ ແລະ ນະໂຍບາຍ ທີ່ນຳໃຊ້
ເຂົ້າໃນການຍົກຍ້າຍຮ່ອງຮອຍສະຖານ ພາຍໃນຂອບເຂດການຈັດຕັ້ງປະຕິບັດ ໂຄງການລົງທຶນກໍ່ສ້າງເສັ້ນທາງເຊື່ອມຕໍ່ສະໜາມບິນສາກົນ ຢາບິ່ງ ກັບ
ນະຄອນຫຼວງຮາໂນ້ຍ, ໄລຍະຜ່ານແຂວງ ບັກນິງ ແລະ ໂຄງການກໍ່ສ້າງຄ້າຍທະຫານ ຂອງກອງພັນໃຫຍ່ກຳລັງອາກາດ ຕຳຫຼວດປະຊາຊົນ.” ແລະ ບັນ
ຫາອື່ນໆ ປິ່ນອ້ອມທີ່ເຄັ່ງຮ້ອນ.
ແຫຼ່ງທີ່ມາ: ຂກທ
ວັນທີ 01/09/2026