ອູແກຣນ-ອາເມຣິກາ ຮ່ວມກັນເຊັນສັນຍາບໍ່ແຮ່
ວັນທີ 1 ພຶດສະພາ 2025 ວ່າ: ທ່ານນາງ ຢູເລຍ ສະວີຣິເດັນໂຄ ຮອງນາຍົກລັດຖະມົນຕີຜູ້ທີໜຶ່ງ, ລັດຖະມົນຕີກະຊວງເສດ ຖະກິດ
ອູແກຣນ ໄດ້ເປີດເຜີຍຜ່ານສື່ສັງຄົມອອນລາຍວ່າ: ອີງຕາມສັນຍາທີ່ ທ່ານ ເຊເລນສະກີ ປະທານາທິບໍດີອູແກຣນ ແລະ ທ່ານ ໂດນັນ ທຣຳ
ປະທານາທິບໍດີອາເມຣິກາ ກ້າວເຖິງຂັ້ນຕົກລົງກັນ ແລະ ລັດມົນຕີກະຊວງເສດຖະກິດ ອູແກຣນ ກໍໄດ້ເຊັນສັນຍາວ່າດ້ວຍການສ້າງຕັ້ງກອງ
ທຶນການລົງທຶນເພື່ອສ້າງອູແກຣນຄືນໃໝ່ລະຫວ່າງອາເມຣິກາ-ອູແກຣນ”? ເຊິ່ງກໍຄື “ສັນຍາບໍ່ແຮ່” ທີ່ວົງການຕ່າງໆເອີ້ນນັ້ນ ຮ່ວມກັບ ທ່ານ
ສະກັອດ ເບເຊນ ລັດມົນຕີກະຊວງການເງິນອາເມຣິກາ. ອີງຕາມສັນຍາ?: ອູແກຣນ ຈະເກາະແຂນກັບ ອາເມຣິກາ ສ້າງກອງທຶນການລົງທຶນ
ເພື່ອສ້າງອູແກຣນ? ຄືນໃໝ່ ເພື່ອດຶງດູດທົ່ວໂລກມາລົງທຶນຢູ່ ອູແກຣນ.
ໃນຈຸດສຳຄັນຂໍ້ທີ 4? ຂອງສັນຍາທີ່ປະກາດໃນມື້ດຽວກັນ, ທ່ານນາງ ຢູເລຍ ສະວີຣິເດັນໂຄ ຮອງນາຍົກລັດຖະມົນຕີ ອູແກຣນໄດ້ລະ
ບຸໄວ້ວ່າ ?”ບໍ່ມີໜີ້ສິນ”? ໂດຍໄດ້ອະທີບາຍຊີ້ແຈງຕື່ມວ່າ: ສັນຍາສະບັບນີ້? ບໍ່ໄດ້ກ່າວເຖິງພັນທະດ້ານໜີ້ສິນຂອງອູແກຣນຕໍ່ອາເມຣິກາ.
ແຫຼ່ງທີ່ມາ: ຂກທ
ວັນທີ 05/05/2025