ຈີນ ສະໜັບສະໜູນທຸກຄວາມພະຍາຍາມ ທີ່ສຸມໃສ່ການບັນລຸສັນຕິພາບຢູ່ ອູແກຣນ
ວັນທີ 24 ກຸມພາ 2025 ນີ້, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຂອງຈີນ ປະຈຳອົງການສະຫະປະຊາຊາດ ໄດ້ກ່າວຢືນຢັນໃນ ກອງປະ
ຊຸມວິສາມັນຂອງອົງ ການສະຫະປະຊາຊາດກ່ຽວກັບ ບັນຫາອູແກຣນວ່າ: ຈີນສະໜັບ ສະໜູນທຸກຄວາມພະຍາຍາມທີ່ສຸມໃສ່ການບັນລຸ
ສັນຕິພາບ ເຊິ່ງລວມທັງການຮັບຮູ້ທີ່ເປັນເອກະພາບກັນລະຫວ່າງອາເມຣິກາ - ລັດເຊຍ ກ່ຽວກັບການຈັດການເຈລະຈາສັນຕິພາບຄືນໃໝ່.
ຫວັງວ່າ ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ຝ່າຍທີ່ມີຜົນປະໂຫຍດກ່ຽວຂ້ອງຕ່າງກໍຈະເຂົ້າຮ່ວມຂະບວນການເຈລະຈາສັນຕິພາບ ເພື່ອໃຫ້
ບັນລຸແຜນການແກ້ໄຂແບບຖາວອນ ທີ່ພິຈາລະນາເຖິງຄວາມສົນໃຈຂອງແຕ່ລະຝ່າຍ ແລະ ມີຄວາມຍຸຕິທຳ, ບັນລຸສັນຍາສັນຕິພາບທີ່ມີຜົນ
ບັງຄັບໃຊ້ ແລະ ບັນດາຝ່າຍທີ່ກ່ຽວຂ້ອງລ້ວນແຕ່ຍອມຮັບ ໄດ້.
ແຫຼ່ງທີ່ມາ: ຂກທ
ວັນທີ 26/02/2025