ໄທ ແລະ ກຳປູເຈຍ ເຫັນດີຈະດຳເນີນການເຈລະຈາ ເພື່ອແກ້ໄຂບັນຫາຢູ່ເຂດຊາຍແດນ
ໄທ ແລະ ກຳປູເຈຍ ເຫັນດີຈະດຳເນີນການເຈລະຈາ
ວັນທີ 31 ພຶດສະພາ 2025 ກອງທັບພະບໍລົມວົງສານຸວົງ ໄທ ໄດ້ອອກແຈ້ງການກ່ຽວກັບສະພາບການເຂດຊາຍແດນ ໄທ-ກຳປູເຈຍ,
ພິເສດແມ່ນຢູ່ຈຸດນ້ອນເຮັ່ງຈອງບົກໄທ ທີ່ຫາກໍ່ເກີດການປະທະກັນລະຫວ່າງທະຫານສອງປະເທດ.
ແຈ້ງການຂອງສອງຝ່າຍໄດ້ເປີດເຜີຍ ຫຼັງການພົບປະລະຫວ່າງ ຜູ້ບັນຊາການກອງທັບບົກໄທ ແລະ ຜູ້ບັນຊາການກອງທັບບົກລາຊະອາ
ນາຈັກກຳປູເຈຍ ຢູ່ດ່ານຊາຍແດນຈອມຈົງ ແຂວງສຸຣິນ ທາງທິດຕາເວັນຕົກສຽງເໜືອໄທ ເມື່ອວັນທີ 29 ພຶດສະພາ ທີ່ຜ່ານມາ. ຕາມແຈ້ງ
ການດັ່ງກ່າວ, ໄທ ແລະ ກຳປູເຈຍ ໄດ້ເຫັນດີຈະດຳເນີນການເຈລະຈາ ເພື່ອແກ້ໄຂການປະທະກັນຢູ່ເຂດຊາຍແດນ.
ປັດຈຸບັນທັງສອງຝ່າຍໄດ້ເຫັນດີ ຈະຖອນກຳລັງອອກຈາກເຂດຂັດແຍ້ງກັນ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ. ສອງຝ່າຍໄດ້ເຫັນດີຈະ
ນຳໃຊ້ກົນໄກຄະນະກຳມະການຊາຍແດນລວມ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ. ຜູ້ບັນຊາການທະຫານສອງປະເທດ ຈະຕິດຕາມກວດ
ກາກຳລັງຂອງຕົນຢ່າງແໜ້ນແຟ້ນເພື່ອຮັບປະກັນໃຫ້ວິວັດການເຈລະຈາດຳເນີນໄປດ້ວຍດີ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/06/2025