ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນໍາທາງການ ອີ​ຣານ ກ່າວ: ອາ​ເມ​ຣິ​ກາ ລະເມີດ​ສັນຍາ​ຢຸດ​ຍິງ​ຢ່າງ​ຈະແຈ້ງ

     ​​ວັນ​ທີ 27 ພຶດສະພາ ຜ່ານມາ, ໂຄສົກ​ກະຊວງ​ການ​ຕ່າງປະເທດ ອີ​ຣານ ຖະແຫຼງການ​ລະບຸ​ວ່າ: ກອງທັບ​ອາ​ເມ​ຣິ​ກາ ສືບຕໍ່​ການ​ກະ
ທຳ​ທີ່​ຜິດ​ກົດໝາຍ ແລະ ໄຮ້​ເຫດຜົນ​ນັບ​ແຕ່​ມີ​ການ​ປະກາດ​ຢຸດ​ຍິງ​ເປັນຕົ້ນ​ມາ, ໂດຍ​ສະເພາະ​ແມ່ນ​ການ​ກະທຳ​ແບບ​ໂຈນ​ສະຫຼັດ​ທີ່​ປະຕິ
ບັດ​ຕໍ່​ກຳປັ່ນ​ການ​ຄ້າ​ອີ​ຣານ ຫຼາຍ​ເທື່ອ​ໃນ​ໄລຍະ​ມໍ່ໆມານີ້, ພາຍ​ໃນ​ເວລາ 48 ຊົ່ວໂມງ​ຜ່ານ​ມາ, ກອງທັບ​ອາ​ເມ​ຣິ​ກາ ໄດ້​ປະຕິບັດ​ການ​ທີ່​
ເປັນ​ການ​ລະເມີດ​ສັນຍາ​ຢຸດ​ຍິງ​ຢ່າງ​ໜັກໜ່ວງ​ ແບບ​ຈະແຈ້ງ​ຢູ່​ເຂດທະເລ​ຊ່ອງ​ ແຄບ ຮໍ​ມຸ​​ສ. ທາງ​ການ​ອີ​ຣານ ຂໍ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ
ຕໍ່​ການ​ກະທຳ​ທີ່​ເປັນ​ການ​ຮຸກ​ຮານ​ດັ່ງກ່າວ​ນີ້, ເຊິ່ງ​ເປັນ​ການ​ລະເມີດ​ມາດຕາ 2 ຂໍ້​ທີ 4 ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ແລະ ສັນຍາ​ຢຸດ​ຢິງ,
ພ້ອມ​ທັງ​ເຫັນ​ວ່າ ລັດຖະບານ​ອາ​ເມ​ຣິ​ກາ ຄວນ​ຮັບຜິດຊອບ​ຕໍ່​ຜົນ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຕາມ​ມາ​ທັງ​ໝົດ. ຖະແຫຼງການ​ລະບຸ​ຕື່ມ​ວ່າ: ອີ​ຣານ
ຈະ​ຕອບ​ໂຕ້​ການ​ກະທຳ​ທີ່​ຊົ່ວ​ຮ້າຍ​ຢ່າງ​ເດັດຂາດ ແລະ ຈະ​ບໍ່​ລັງ​ເລ​ໃຈ​ຢ່າງ​ເດັດຂາດ ໃນ​ການ​ປົກ​ປ້ອງ​ນ່ານ​ຟ້າ, ເຂດ​ນ້ຳດິນແດນ ຂອງ​ອີ​ຣານ​
ຢ່າງ​ຊອບ​ທຳ. ຄະນະ​ດຽວ​ກັນ, ຕາມ ​ທ່ານ ອາລາ​ເອັດ​ດິນ ໂບ​ຣູ​ເຈີ​ດີ ສະມາຊິກ​ຄະນະ​ກຳມະການ​ຄວາມ​ໝັ້ນ ຄົງ​ແຫ່ງ​ຊາດ​ອີ​ຣານ ຢືນຢັນ
​ວ່າ: ອີງ​ຕາມ​ຮ່າງ​ສັນຍາ​ໃນ​ເບື້ອງ​ຕົ້ນ​ທີ່​ອີ​ຣານ​ກັບ​ອາ​ເມ​ຣິ​ກາ​ໄດ້​ຕົກລົງ​ກັນ, ອາ​ເມ​ຣິ​ກາ ຈະ​ໃຫ້​ຄຳ​ໝັ້ນ​ສັນຍາ ຢຸດ​ຍິງ​ຮອບດ້ານ​ເປັນ​ເວ ລາ
60 ວັນ​ໃນ​ໄລຍະ​ທຳ​ອິດ​ຢູ່​ແນວ​ຮົບ​ທັງ​ໝົດ ໂດຍ​ສະເພາະ​ແມ່ນ​ຢູ່​ໃນ​ດິນແດນ​ຂອງ​ລີ​ບັງ. ທ່ານ ໂບ​ຣູ​ເຈີ​ດີ ໃຫ້​ຮູ້​ວ່າ: ການ​ຍົກເລີກ​ການ​ອາ
​ຍັດ​ຊັບ​ສິນ​ສ່ວນ​ໜຶ່ງ​ຂອງ​ອີ​ຣານ ແລະ ຍຸດຕິ​ການ​ປິດ​ກັ້ນ​ທາງ​ທະເລ ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຂອງ​ສັນຍາ​ດັ່ງກ່າວ. ພ້ອມ​ນັ້ນ ອົງການ​
ການ​ຕ່າງປະເທດ ແລະ ລະບົບ​ແຫ່ງ​ຊາດ​ຂອງ​ອີ​ຣານ ຈະ​ບໍ່​ຕັດສິນ​ໃຈ​ໂດຍ​ອີງ​ຕາມ​ຖ້ອຍ​ຄວາມ​ຂອງ​ທ່ານ ໂດ​ນັນ ທຣຳ ທີ່​ລົງ​ໃນ​ສື່​ສັງຄົມ​
ອອນ​ລາຍ. ໂດຍ​ກ່າວ​ວ່າ: ເວົ້າ​ສຳລັບ​ອີ​ຣານ ແລ້ວ, ສິ່ງ​ສຳຄັນ​ແມ່ນ​ຜົນ​ສຸດ​ທ້າຍ​ຂອງ​ການ​ເຈລະຈາ, ເອກະສານ​ທຸກ​ສະບັບ​ທີ່​ເຂົ້າ​ສູ່​ໄລຍະ​
ການ​ລົງ​ນາມ​ໃນ​ຂັ້ນ​ສຸດ​ທ້າຍ​ນັ້ນ ລ້ວນ​ແຕ່​ຈະ​ສອດຄ່ອງ​ກັບ​ຂອບ​ເສັ້ນ​ຕ້ອງ​ຫ້າມ​ດ້ານ​ໂຄງ​ປະກອບ​ຂອງ​ອີ​ຣານ ແລະ ສ້າງ​ຂຶ້ນ​ ໂດຍ​ມີ​ເປົ້າ​
ໝາຍ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະໂຫຍດ​ແຫ່ງ​ຊາດ ແລະ ສິດທິ​ຂອງ​ປະຊາຊົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 02/06/2026