ອັດຕາເງິນເຟີ້ຂອງບັນດາປະເທດ ໃຊ້ເງິນເອີໂຣ ໄດ້ສູງຂຶ້ນຮອດ 2,3%
ວິທະຍຸໂທລະພາບສູນກາງ ສປຈີນ ລາຍງານວັນທີ 29 ພະຈິກ 2024 ນີ້, ກົມສະຖິຕິ ສະຫະພາບເອີຣົບປະກາດຕົວເລກສະຖິຕິເບື້ອງ
ຕົ້ນວ່າ: ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ໃນເດືອນພະຈິກນີ້ ຖ້າຄິດໄລ່ເປັນອັດຕາປະຈຳປີແມ່ນ 2,3%, ສູງຂຶ້ນຈາກ 2% ໃນເດືອນ ຕຸ
ລາ ທີ່ຜ່ານມາ. ສະຖິຕິຍັງສະແດງໃຫ້ເຫັນວ່າ: ຢູ່ເຂດທີ່ໃຊ້ເງິນເອີໂຣ, ອັດຕາລາຄາການບໍລິການໃນເດືອນພະຈິກໄດ້ສູງຂຶ້ນ 3,9% ເມື່ອທຽບ
ໃສ່ໄລຍະດຽວກັນຂອງປີກາຍນີ້, ລາຄາອາຫານ, ຢາສູບແລະເຫຼົ້າໄດ້ເພີ່ມຂຶ້ນ 2,8%, ລາຄາຜະລິດຕະພັນອຸດສາຫະກຳທີ່ບໍ່ແມ່ນພະລັງງານ
ໄດ້ເພີ່ມຂຶ້ນ 0,7%, ລາຄາພະລັງງານໄດ້ຫຼຸດລົງ 1,9%.
ເມື່ອສັງເກດເປັນລາຍປະເທດແລ້ວເຫັນວ່າ: ໃນເດືອນ ພະຈິກ ນີ້, ອັດຕາເງິນເຟີ້ຂອງອົງກອນເສດຖະກິດຕົ້ນຕໍຂອງສະຫະພາບເອີຣົບ ຄື:
ເຢຍລະມັນ 2,4%, ຝຣັ່ງ 1,7%, ອີຕາລີ 1,6% ແລະ ແອັດສະປາຍ 2,4%.
ແຫຼ່ງທີ່ມາ: ຂກທ
ວັນທີ 04/12/2024