ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ໂດ​ເນ​ເຊຍ ຕັ້ງ​ເປົ້າ​ຈັດ​ສັນ​ເງິນ 38.69 ລ້ານ​ໂດ​ລາ ເພື່ອ​ສ້າງ​ຂົວ​ອູ່ 63 ແຫ່ງ


     ​ວັນ​ທີ 28 ກໍລະກົດ ຜ່ານ​ມາ​ ກະຊວງ​ໂຍທາ​ທິ​ການ​ຂອງ​ ອິນ​ໂດ​ເນ​ເຊຍ ​ລາຍ​ງານ​ວ່າ, ລັດຖະບານ​ອິນ​ໂດ​ເນ​ເຊຍ​ ວາງ​ແຜນ​ຈະ​ຈັດ​ສັນ​ເງິນ
ປະມານ 38.69 ລ້ານ​ໂດ​ລາ ເພື່ອ​ກໍ່ສ້າງ​ຂົວ​ອູ່63 ແຫ່ງ​ໃນ​ປີ 2026.

     ທ່ານ ໂດ​ດີ ຮັງ​ໂກ​ໂດ ກະຊວງ​ໂຍທາ​ທິ​ການ​ຂອງ​ ອິນ​ໂດ​ເນ​ເຊຍ​ ໃຫ້​ຮູ້​ວ່າ: ຂົວ​ດັ່ງກ່າວ​ຈະ​ຊ່ວຍ​ຊຸມ​ຊົນ ໂດຍ​ສະເພາະ​ຜູ້​ທີ່​ອາໄສ​ຢູ່​ເຂດ​ຫ່າງ​
ໄກ​ສອກຫຼີກ ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ພູມ​ສາດ ສາມາດ​ເຂົ້າ​ເຖິງ​ການ​ພັດທະນາ​ທີ່​ເທົ່າ​ທຽມ, ລວມ​ເຖິງ​ປັບປຸງ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບ້ານ,
ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ສູນ​ກາງ​ເສດຖະກິດ ພ້ອມ​ເລັ່ງ​ກິດຈະກຳ​ປະຈຳ​ວັນໂດຍ​ສະເພາະ​ວຽກ​ງານ​ເສດຖະກິດ, ການ​ສຶກ​ສາ ແລະ ການ​ບໍລິ
ການ​ສາທາລະນະ. ທັງ​ນີ້, ກະຊວງ​ດັ່ງກ່າວ​ວາງ​ເປົ້າ​ໝາຍ​ຈະ​ສ້າງ​ຂົວ​ອູ່ 50 ແຫ່ງ​ໃນ​ປີ 2025, ໃນ​ນັ້ນ 8 ແຫ່ງ​ແມ່ນ​ຢູ່ ​ແຂວງ​ສຸລາ​ເວ​ສີ​ໃຕ້.

ແຫຼ່ງທີ່ມາ: ຂກທ
ວັນທີ 29/07/2025