ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ ໂດ​ນັນ ທຣຳ ສົ່ງ​ທະຫານ 2.000 ຄົນ ຮັບ​ມື​ການ​ປະ​ທ້ວງ
ຈະລາຈົນ ແລະ ຈັບ​ຊາວ​ຜູ້​ອົບ​ພະ​ຍົບ​ຜິດ​ກົດໝາຍ


     ໃນ​ວັນ​ທີ 8 ມິຖຸນາ 2025 ປະທານາທິບໍດີ ໂດ​ນັນ ທຣຳ ໄດ້​ອອກ​ຄຳ​ສັ່ງ​ສົ່ງ​ທະຫານ​ກອງ​ກຳລັງ​ພິ​ທັກ​ມາຕຸພູມ (National Guard)
ຈຳນວນ 2.000 ຄົນ ໄປ​ນະ​ຄອນ​​ລອສ​ແອນ​ເຈ​ລິ​​ສ ໃນ​ລັດ​ແຄ​ລິ​ຟໍ​ເນຍ ປະເທດ ສະຫະລັດ ອາ​ເມ​ຣິ​ກາ ເພື່ອ​ຄວບ​ຄຸມ​ສະຖານະ​ການ ພາຍ
ຫຼັງ​ເກີດ​ເຫດ​ປະ​ທະ​ລະຫວ່າງ​ກຸ່ມ​ຜູ້​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນ ກັບ​ເຈົ້າ​ໜ້າທີ່​ສຳນັກງານ​ກວດ​ຄົນ​ເຂົ້າ​ເມືອງ ແລະ ອາກອນ ຂອງ​ອາ​ເມ​ຣິ​ກາ ນັບ​
ແຕ່​ວັນ​ທີ 6 ມິຖຸນາ​ຜ່ານ​ມາ ຫຼັງ​ຈາກ​ເຈົ້າ​ໜ້າທີ່ ICE ປະຕິບັດ​ການ​ບຸກ​ຄົ້ນ ແລະ ຈັບ​ຜູ້​ອົບ​ພະ​ຍົບ​ທີ່​ບໍ່​ມີ​ເອກະສານ​ໃນ​ຫຼາຍ​ພື້ນ​ທີ່​ຂອງ​ເມືອງ
ເຊິ່ງ​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ອົບ​ພະ​ຍົບ​ຖືກ​ຈັບ​ຢ່າງ​ໜ້ອຍ 118 ຄົນ. ການ​ຕັດສິນ​ໃຈ​ສົ່ງ​ທະຫານ​ເຂົ້າ​ໄປລ​​ອສ​ແອນ​ເຈ​ລິ​​ສ ມີ​ຂຶ້ນ​ພາຍຫຼັງ​ການ​ປະ​ທະ​
ທະວີ​ຄວາມ​ຮຸນ​ແຮງ ເຊິ່ງ​ເຈົ້າ​ໜ້າທີ່​ໄດ້​ໃຊ້ ແກັສ​ນ້ຳ​ຕາ​ຍິງ​ສະຫຼາຍ​ຝູງ​ຊົນ, ສ່ວນ​ກຸ່ມ​ຜູ້​ປະ​ທ້ວງ​ດຶກ​ສິ່ງ​ຂອງ ແລະ ດອກ​ໄມ້​ໄຟ​ໃສ່​ເຈົ້າ​ໜ້າທີ່
ລວມ​ທັງ​ຈູດ​ໄຟ​ເຜົາ​ລົດ.

     ທ່ານ ເກ​ວິນ ນິວ​ຊຳ ເຈົ້າ​ຄອງ​ລັດ​ແຄ​ລິ​ຟໍ​ເນຍ ໄດ້​ໂພ​​ສ​ຂໍ້ຄວາມ​ຜ່ານ X ກ່າວ​ວ່າ: ການ​ຕັດສິນ​ໃຈ​ຂອງ​ທ່ານ ໂດ​ນັນ ທຣຳ ທີ່​ເຂົ້າ​ຄວບ​
ຄຸມ​ກອງ​ກຳລັງ​ພິ​ທັກ​ ມາຕຸພູມ​ຂອງ​ລັດ​ແຄ​ລິ​ຟໍ​ເນຍ ແລະ ສົ່ງ​ທະຫານ​ເຂົ້າ​ໄປລ​​ອສ​ແອນ​ເຈ​ລິ​​ສ ເປັນ​ການ​ຕັ້ງໃຈ​ຢົ່ວ​ຢຸ​ໃຫ້​ສະຖານະ​ການ​ຮຸນ​
ແຮງ​ຂຶ້ນ.

ແຫຼ່ງທີ່ມາ: ຂກທ
ວັນທີ 12/06/2025