ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ, ອາ​ເມ​ຣິ​ກາ ແລະ ຍີ່ປຸ່ນ ຈັດການ​ຊ້ອມ​ຮົບ​ຮ່ວມ​ທາງ​ອາກາດ

     ວິທະຍຸ-ໂທລະພາບ​ສູນ​ກາງ ​ສປ ຈີນ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 4 ພະຈິກ 2024 ນີ້​ວ່າ: ຕາມ​ຂ່າວ​ຈາກ​ກົມ​ໃຫຍ່​ເສນາ​ທິ​ການ​ຮ່ວມ
​ຂອງ ​ສ​ ເກົາຫຼີ ( JCS ) ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 3 ພະຈິກ ນີ້​ວ່າ: ສ ເກົາຫຼີ, ອາ​ເມ​ຣິ​ກາ ແລະ ຍີ່ປຸ່ນ ໄດ້​ຈັດການ​ຊ້ອມ​ຮົບ​ຮ່ວມ​ທາງ
​ອາກາດ.

     ຕາມ​ລາຍ​ງານ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ທັບ​ຊ້ອນ ເຂດ​ປ້ອງ​ກັນ​ທາງ​ອາກາດ​ລະຫວ່າງ ສ ເກົາຫຼີ ແລະ ຍີ່ປຸ່ນ ທາງ
ພາກ​ຕາເວັນ​ອອກ​ເກາະ​ເຈ​ຈູ​ຂອງ ສ ເກົາຫຼີ. ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ຮົບ​ຄັ້ງ​ນີ້​ມີ: ເຮືອບິນ​ຖິ້ມ​ລະເບີດ​ທາງ​ຍຸດ​ທະ​ສາດ B-1B, ເຮືອບິນ
​ສູ້​ຮົບ F-16 ຂອງ​ກອງ ທັບ​ອາກາດ​ອາ​ເມ​ຣິ​ກາ; ເຮືອບິນ​ສູ້​ຮົບ F-15K, KF-16 ຂອງ​ກອງທັບ​ອາກາດ ສ ເກົາຫຼີ ແລະ ເຮືອບິນ F-2
ຂອງ​ກອງທັບ​ອາກາດ​ກຳລັງ​ປ້ອງ​ກັນ​ຕົນ​ເອງ​ຍີ່ປຸ່ນ. ລາຍ​ງານຍັງ​ໃຫ້​ຮູ້​ອີ​ກວ່າ: ການ​ຊ້ອມ​ຮົບ​ຮ່ວມ​ທາງ​ອາກາດ​ຄັ້ງ​ນີ້ ແມ່ນ​ເພື່ອ​ຕອບ​ໂຕ້​
ການ​ທົດ​ລອງ​ຍິງ​ສົ່ງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂ້າມ​ທະວີບ​ແບບ​ໃໝ່​ຂອງ ​ສປປ ເກົາຫຼີ ໃນ​ວັນ​ທີ 31 ຕຸລາ ຜ່ານ​ມາ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/11/2024