ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປຊ ກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອນ ເລັງ​ໃສ່​ສຳນັກງານ​ສາກົນ

     ວິທະຍຸ​ກະຈາຍສຽງ​ຫວຽດນາມ ລາຍ​ງານ​ວັນ​ທີ 19 ມີນາ 2025 ນີ້, ຜູ້ນຳ​ຫ້ອງການ​ບໍລິຫານ​ໂຄງການ ​ສປຊ (UNOPS) ໄດ້​​ອອກ​ປະ
ຕິ​ກິ​ລະ​ຍາ​ກ່ຽວ​ກັບ​ເຫດ​ການບຸກ​ໂຈມ​ຕີ​ເລັງ​ໃສ່​ສຳນັກງານ​ຂອງ​ອົງການ​​ຢູ່​ນະຄອນ Deir el-Balah ຂອງ ເຂດ​ກາ​ຊາ ເຮັດ​ໃຫ້​ພະນັກງານ​ໜຶ່ງ​
ຄົນ​ເສຍ​ຊີວິດ. ທ່ານ ຈອດ ໂມ​ໄລ​ຣາ ດາຊິນ​ວາ ຜູ້ອຳນວຍການ​ຝ່າຍ​ບໍລິຫານ UNOPS ຖື​ວ່າ ນີ້​ບໍ່​ແມ່ນ​ອຸບັດ​ຕິ​ເຫດ, ພ້ອມ​ທັງ​ສະແດງ​ຄວາມ​
ເສົ້າ​ສະຫຼົດ​ໃຈ ຕໍ່​ວິ​ນາ​ຊະ​ກຳ​ທີ່​ເກີດ​ຂຶ້ນ​ນີ້.

     ສ່ວນ​ກອງທັບ​ອິດ​ສະ​ຣາ​ແອນ ໄດ້​ປະຕິເສດ​ການ​ບຸກ​ໂຈມ​ຕີ​ສຳນັກງານ​ຂອງ ​ສປຊ ຢູ່ເຂດ​ກາ​ຊາ. ເນື່ອງ​ຈາກ ໃນ​ວັນ​ທີ 18 ມີນາ ຜ່ານ​ມາ,
ກອງທັບ ອິດ​ສະ​ຣາ​ແອນ ໄດ້​ດຳເນີນ​ບັ້ນ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​ເລັງ​ໃສ່​ຫຼາຍ​ເປົ້າ​ໝາຍ​ຂອງ​ຂະ​ບວນ​ການ​ອິດ​ສະ​ລາມ ຮາ​ມາ​​ສ ຢູ່​ເຂດ​ກາ​ຊາ.
ຫ້ອງການ​ນາຍົກລັດຖະມົນຕີ ອິດ​ສະ​ຣາ​ແອນ ໄດ້​ປະກາດ​ວ່າ: ນີ້​ແມ່ນ​ການ​ກະທຳ ເພື່ອ​ແນໃສ່​ຕອບ​ໂຕ້​ເລື່ອງ ຮາ​ມາ​​ສ ປະຕິເສດ​ການ​ປ່ອຍ​ຕົວ
ປະກັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 26/03/2025