ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ-ປາ​ກິດ​ສະຖານ ເຫັນ​ດີ​ເປັນ​ເອກະ​ພາບ​ ຖອນ​ກຳລັງ​ອອກ​ຈາກ​ເຂດ​ປະ​ທະ​ກັນ


     ວັນ​ທີ 20 ພຶດສະພາ 2025 ອິນ​ເດຍ ແລະ ປາ​ກິດ​ສະຖານ ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຖອນ​ກຳລັງ ແລະ ອາວຸດ​ຕາມ​ໄລຍະ​ອອກ​ຈາກ​ບັນດາ
​ສະຖານທີ່​ຫາກໍ່​ເກີດ​ການ​ປະ​ທະ​ກັນ​ຫວ່າງ​ມໍ່ໆມານີ້ ​ລະຫວ່າງ​ສອງ​ປະເທດ, ຢູ່​ລຽບ​ຕາມ​ເຂດ​ແດນ​ຄວບ​ຄຸມ (LoC) ຄາດ​ວ່າ​ຈະ​ສຳເລັດ​ໃນ​ທ້າຍ
​ເດືອນ​ພຶດສະພາ​ນີ້.

     ໃນ​ວັນ​ດຽວ​ກັນ, ອິນ​ເດຍ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ຈະ​ເຊື່ອມ​ຕໍ່​ຄືນ​ບັນດາ​ພິທີ​ຫຼຸດ​ທຸງ​ລົງ​ເຄິ່ງ​ເສົາ​ປິດ​ຊາຍ​ແດນ​ກັບ ປາ​ກິດ​ສະຖານ ໃນ​ແຕ່​ລະ​ມື້.
ການເຄື່ອນໄຫວ​ນີ້​ເຄີຍ​ຖືກ​ໂຈະ​ໄວ້​ຊົ່ວຄາວ​ເມື່ອ​ຕົ້ນ​ເດືອນ​ຜ່ານ​ມາ ພາຍຫຼັງ​ທີ່​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ລະຫວ່າງ​ສອງ​ປະເທດ​ບ້ານ
​ໃກ້​ເຮືອນ​ຄຽງ​ໃນ​ຫຼາຍ​ທົດ​ສະ​ວັດ.

     ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ຊາຍ​ແດນ ອິນ​ເດຍ ໃຫ້​ຮູ້​ວ່າ: ພິທີ​ດັ່ງກ່າວ​ຈະ​ເຊື່ອມ​ຕໍ່ ແລະ ເປີດ​ປະຕູ​ໃຫ້​ແກ່​ວົງ​ການ​ສື່​ມວນ​ຊົນ​ເຂົ້າ​ວັນ​
ອັງຄານ ແລະ ມະຫາຊົນ​ເຂົ້າ​ໃນ​ວັນ​ພຸດ ຂອງ​ທຸກໆ​ອາທິດ ໃນ​ເຂດ​ຊາຍ​ແດນ Attari-Wagah ຢູ່​ລັດ Punjab. ໃນ​ຂະນະ​ທີ່, ປາ​ກິດ​ສະຖານ
ແຈ້ງ​ໃຫ້​ຊາບ​ວ່າ: ບໍ່​ເຄີຍ​ຢຸດ​ດຳເນີນ​ພິທີການ​ດັ່ງກ່າວ​ຈັກ​ເທື່ອ.

ແຫຼ່ງທີ່ມາ: ຂກທ
ວັນທີ 26/05/2025