ອາເມຣິກາ-ອູແກຣນ ໃກ້ຈະບັນລຸຂໍ້ຕົກລົງ ກ່ຽວກັບ ການຂຸດຄົ້ນແຮ່ຫາຍາກ
ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມຣິກາ ແລະ ທ່ານ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີອູແກຣນ
ໃນວັນທີ 4 ມີນາ 2025 ວ່າ: ອາເມຣິກາ ແລະ ອູແກຣນ ມີຂໍ້ຕົກລົງໃນຂອບເຂດທີ່ຈະສ້າງກອງທຶນຮ່ວມກັນເພື່ອສ້າງລາຍຮັບຈາກ
ຊັບພະຍາກອນທຳມະຊາດຂອງອູແກຣນ, ໂດຍອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ທີ່ຮູ້ກ່ຽວກັບການເຈລະຈາ. ແຜນການດັ່ງກ່າວ ລວມ
ມີການລົງທຶນ 50% ຂອງລາຍຮັບຈາກບໍ່ແຮ່, ນ້ຳມັນ ແລະ ອາຍແກັດຂອງອູແກຣນ. ອາເມຣິກາ ໃຫ້ສັນຍາຈະພັດທະນາ ອູແກຣນ ໃຫ້
ໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງທາງດ້ານເສດຖະກິດ. ໃນຂອບເຂດດັ່ງກ່າວບໍ່ໄດ້ລວມເອົາຫຼັກຄ້ຳປະກັນດ້ານຄວາມປອດໄພຂອງ ອາເມຣິກາ
ສຳລັບ ອູແກຣນ ແຕ່ເຈົ້າໜ້າທີ່ກ່າວວ່າ, ການເຈລະຈາຍັງຄົງດຳເນີນຢູ່.
ອີງຕາມເຈົ້າໜ້າທີ່ຄົນໜຶ່ງຂອງ ອູແກຣນ ກ່າວວ່າ: ຂໍ້ຕົກລົງດັ່ງກ່າວ ສາມາດລົງນາມໄວສຸດໃນວັນສຸກທີ່ຈະມາເຖິງນີ້ ແລະ ມີແຜນທີ່
ຈະດຶງໃຫ້ປະທານາທິບໍດີ ອູແກຣນ ເດີນທາງໄປຍັງວໍຊິງຕັນເພື່ອພົບກັບ ຜູ້ນໍາອາເມຣິກາ ອີກຄັ້ງ. ເຈົ້າໜ້າທີ່ອີກຄົນໜຶ່ງກ່າວວ່າ: ຂໍ້ຕົກລົງດັ່ງ
ກ່າວຈະເປີດໂອກາດໃຫ້ປະທານາທິບໍດີ ອູແກຣນ ແລະ ອາເມຣິກາ ດຳເນິນການປຶກສາຫາລືໃນການສືບຕໍ່ຊ່ວຍເຫຼືອດ້ານການທະຫານໃຫ້
ແກ່ອູແກຣນ. ທ່ານ ທຣຳ ເອີ້ນ ສິ່ງນີ້ວ່າ, ມັນ “ ເປັນເລື່ອງໃຫຍ່ຫຼາຍ, ” ອາດມີມູນຄ່າຮອດພັນຕື້ໂດລາ. ແຕ່ຕ້ອງເປັນແຮ່ທາດຫາຍາກ ແລະ
ສິ່ງອື່ນໆ.”
ແຫຼ່ງທີ່ມາ: ຂກທ
ວັນທີ 11/03/2025