ນະຄອນ ລອສແອສເຈລິສ ຂອງ ອາເມຣິກາ ປະກາດພາວະສຸກເສີນ
ທາງການລັດ ເທັກຊັສ ສົ່ງກຳລັງທະຫານຮັບມືການປະທ້ວງ
ວັນທີ 12 ມິຖຸນາ 2025 ທາງການ ອາເມຣິກາ ຍົກລະດັບມາດຕະການຄວບຄຸມຄວາມສະຫງົບ ພາຍຫຼັງເກີດກະແສການປະທ້ວງ
ຕໍ່ຕ້ານນະໂຍບາຍກວດຄົນເຂົ້າເມືອງຂອງລັດຖະບານ ໂດນັນ ທຣຳ ໃນຫຼາຍເມືອງທົ່ວປະເທດ, ໂດຍນະຄອນລອສແອນເຈລິສ ປະກາດ
ໃຊ້ເຄີຟິວໃນບາງພື້ນທີ່. ຂະນະທີ່ລັດເທັກຊັສສົ່ງກອງກຳລັງພິທັກແຫ່ງຊາດເຂົ້າປະຈຳການລ່ວງໜ້າ.
ທ່ານ ຄາເຣນ ບາສ ເຈົ້າເມືອງລອສແອນເຈລິສ ລະບຸວ່າ: ເຄີຟິວຄວບຄຸມພື້ນທີ່ປະມານ 1 ຕາແມັດໃນເຂດໃຈກາງເມືອງ ເຊິ່ງເປັນ
ຈຸດຫລັກຂອງການຊຸມນຸມ ໂດຍມີຜົນນັບແຕ່ເວລາ 20:00-06:00 ໂມງ ຕາມເວລາປາຊີຟິກ ແລະ ອາດມີຜົນຕໍ່ເນື່ອງອີກຫລາຍວັນ
ຄາດວ່າຈະກະທົບປະຊາຊົນປະມານ 100.000 ຄົນຈາກຈຳນວນປະຊາກອນທັງໝົດ 4 ລ້ານກວ່າຄົນ. ກົມຕຳຫຼວດນະຄອນລອສ ແອນ
ເຈລິສ (LAPD) ຖະແຫຼງວ່າ: ໄດ້ດຳເນີນການຈັບກຸມຜູ້ປະທ້ວງຫຼາຍສິບຄົນໃນຄືນວັນທີ 10 ມິຖຸນາ ໂດຍລະບຸວ່າ: ມີການລວມຕົວ
ໂດຍຜິດກົດໝາຍ ແລະ ປະຕິເສດຄຳສັ່ງສະຫລາຍການຊຸມນຸມ. ທັງນີ້ ໄລຍະ 4 ວັນຜ່ານມາ ມີຜູ້ຖືກຈັບກຸມແລ້ວຢ່າງໜ້ອຍ 378 ຄົນ.
ທ່ານ ເກຣ໊ກ ແອບບອດ ເຈົ້າຄອງລັດເທັກຊັສ ປະກາດສົ່ງກຳລັງຈາກກອງກຳລັງພິທັກແຫ່ງຊາດ (Texas National Guard) ໄປ
ຫຼາຍພື້ນທີ່ທົ່ວລັດ ເພື່ອກຽມຮັບມືການຊຸມນຸມ ໜຶ່ງໃນນັ້ນຄືການປະທ້ວງໃນຊື່ No Kings ທີ່ກຳນົດຈັດຂຶ້ນໃນວັນທີ 14 ມິຖຸນາ ຜ່ານ
ມາ ຢູ່ເມືອງຊານອັນໂຕນິໂອ. ຂະນະດຽວກັນ ການປະທ້ວງບັນຫາດຽວກັນໄດ້ແຜ່ກະຈາຍໄປຫຼາຍເມືອງໃຫຍ່ ລວມທັງນິວຢອກ, ຊິຄາໂກ,
ຊີແອດເທິລ, ເດນເວີ, ຊານຟຣານຊິສໂກ ແລະ ແອດແລນຕາ ໂດຍມີຈຸດຮ່ວມໃນການຕໍ່ຕ້ານ ສຳນັກງານກວດຄົນເຂົ້າເມືອງ ແລະ ອາກອນ
(ICE) ທີ່ກຳລັງເລັ່ງປະຕິບັດການຈັບກຸມ ເພື່ອໃຫ້ບັນລຸເປົ້າໝາຍຕາມນະໂຍບາຍຂອງທຳນຽບຂາວ. ການປະທ້ວງເລີ່ມຂຶ້ນໃນວັນທີ 6 ມິ
ຖຸນາ ຜ່ານມາ ພາຍຫຼັງ ICE ລົງພື້ນທີ່ຈັບແຮງງານຫຼາຍສິບຄົນໃນສະຖານທີ່ເຮັດວຽກ ໂດຍເຈົ້າເມືອງ ບາສ ເປີດເຜີຍໃນວັນທີ 9 ມິຖຸນາ
ວ່າ: ທາງການທ້ອງຖິ່ນບໍ່ໄດ້ຮັບແຈ້ງລ່ວງໜ້າຈາກ ICE ແລະ ບໍ່ສາມາດປະເມີນໄດ້ວ່າຈະມີການບຸກຈັບເພີ່ມອີກ ຫຼື ບໍ່.
ສະຖານະການຫຼ້າສຸດຍັງນຳໄປສູ່ຄວາມຂັດແຍ່ງທາງການເມືອງລະຫວ່າງທ່ານ ໂດນັນ ທຣຳ ປະທານາທິບໍດີອາເມຣິກາ ແລະ ທ່ານ ກາ
ວິນ ນິວຊຳ ເຈົ້າຂອງລັດແຄລິຟໍເນຍ ໂດຍທ່ານ ກາວິນ ນິວຊຳ ກ່າວຫາວ່າລັດຖະບານກາງກຳລັງບັນທອນປະຊາທິປະໄຕຜ່ານການເນລະເທດ
ແບບບໍ່ມີຂອບເຂດ ແລະ ໃຊ້ກຳລັງທະຫານກັບປະ ຊາຊົນ. ທ່ານ ໂດນັນ ທຣຳ ໂຕ້ກັບວ່າ: ໄດ້ເຈລະຈາກັບ ທ່ານ ກາວິນ ນິວຊຳ ທາງໂທລະ
ສັບໃນວັນທີ 9 ມິຖຸນາ ຜ່ານມາ, ແຕ່ ທ່ານ ປະຕິເສດ ໂດຍຢືນຢັນວ່າ: ທັງສອງຝ່າຍບໍ່ໄດ້ສົນທະນາກັນນັບແຕ່ວັນທີ 6 ມິຖຸນາ. ສະຖານະ
ການໃນຫຼາຍເມືອງຍັງເຄັ່ງຕຶງ. ຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນ ແລະ ປະຊາຊົນຮຽກຮ້ອງໃຫ້ລັດຖະບານກາງມີຄວາມໂປ່ງໃສ ແລະ ທົບທວນ
ວິທີການດຳເນີນນະໂຍບາຍກວດຄົນເຂົ້າເມືອງໃນໄລຍະຍາວ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/06/2025