ສປຊ ກຳນົດເອົາ ປີ 2025 ເປັນປີແຫ່ງການອະນຸລັກສາຍນ້ຳແຂງໂລກ
ຕາມຂ່າວ ນີວຢອກ ຂອງ ອາເມຣິກາ ລາຍງານເມື່ອບໍ່ດົນ ມານີ້ວ່າ: ກອງປະຊຸມໃຫຍ່ ແຫ່ງອົງການ ສະຫະປະຊາຊາດ ກຳນົດໃຫ້ປີ 2025
ເປັນປີ ແຫ່ງການອະນຸລັກ ສາຍນ້ຳແຂງໂລກ ພ້ອມທັງຖືເອົາ ວັນທີ 21 ມີນາ ຂອງທຸກປີ ເປັນວັນສາຍນ້ຳໂລກ.
ພາຍຫຼັງ ກວດພົບ ຂໍ້ມູນວ່າ ສາຍນ້ຳແຂງ ຂະໜາດໃຫຍ່ ທົ່ວໂລກ ສືບ ຕໍ່ລະລາຍຢ່າງຕໍ່ເນື່ອງ ຕັ້ງແຕ່ ບໍລິເວນ ຍອດພູສູງ ຂອງ ພູ ແອນດີສ
ຢູ່ ເປຣູ ໄປຈົນເຖິງ ພູຂະໜາດໃຫຍ່ ໃນ ສປ ຈີນ, ພ້ອມທັງ ມີອັດຕາ ການຫຼຸດລົງຢ່າງໜ້າເປັນຫ່ວງ ລວມເຖິງ ບໍລິເວນພູແອລ ໃນເອີຣົບ ເຊິ່ງ
ສະແດງໃຫ້ເຫັນເຖິງຄວາມຈຳເປັນ ໃນທົ່ວໂລກ ຕ້ອງໃຫ້ມີຄວາມສົນໃຈ ກັບປະກົດການ ດັ່ງກ່າວ ອັນເປັນສັນ ຍານຊີ້ແຈງວ່າໂລກ ພວມປະເຊີນ
ກັບການປ່ຽນແປງດ້ານສິ່ງແວດລ້ອມສ່ວນໃຫຍ່ເກີດຈາກບັນຫາການປ່ຽນແປງ ຂອງສະພາບພູມອາກາດ.
ແຫຼ່ງທີ່ມາ: ຂກທ
ວັນທີ 25/03/2025