
ສາກົນສືບຕໍ່ຄັດຄ້ານ ແລະ ກົດດັນ ໃຫ້ ອິດສະຣາແອນ ຢຸດຕິໂຈມຕີ ກາຊາ ທັນທີ

ສຳນັກຂ່າວ ເອພີ ລາຍງານໃນວັນທີ 27 ກັນຍາ 2025 ວ່າ: ບັນດາປະເທດໃນພາກພື້ນ ແລະ ໂລກ ສືບຕໍ່ກ່າວປະນາມ ແລະ
ຄັດຄ້ານທີ່ ອິດສະຣາແອນ ພວມດຳເນີນການໂຈມຕີຢູ່ເຂດ ກາຊາ ແລະ ຊຸກຍູ້ປະຊາຄົມໂລກຕ້ອງມີການກະທຳອັນເດັດຂາດ ເພື່ອ
ຢຸດຕິການໂຈມຕີຢູເຂດກາຊາ.
ໃນການແລກປ່ຽນທາງໂທລະສັບລະຫວ່າງ ນາຍົກລັດຖະມົນຕີ ແອັດສະປາຍ ແລະ ນາຍົກລັດຖະມົນ ຕີ ຕວກກີ ກ່າວວ່າ ລັດ
ຖະບານ ອິດສະຣາແອນ ບໍ່ມີຄວາມຈິງໃຈເດີນຕາມສັນຕິພາບ ໃນຂະນະນັ້ນ, ການກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ,
ລັດຖະມົນຕີການຕ່າງປະເທດຣັດເຊຍ ໄດ້ກ່າວວ່າ ອິດສະຣາແອນ ພວມຊອກຫາວິທີທຳລາຍທົ່ວເຂດຕາເວັນອອກກາງ. ກ່ຽວກັບ
ສະພາບການຢູ່ເຂດ ກາຊາ, ໃນວັນທີ 27 ກັນຍາ ຜ່ານມາ, ກຳລັງປ້ອງກັນ ອິດສະຣາແອນ ປະກາດວ່າ: ກອງກຳລັງຂອງຕົນເອງໄດ້
ຄວບຄຸມເນື້ອທີ່ນະຄອນ ກາຊາ ກວ່າເຄິ່ງໜຶ່ງ ພາຍຫຼັງທີ່ພົນລະເມືອງກວ່າ 800.000 ຄົນ ໃນຈຳນວນ 1 ລ້ານຄົນໄດ້ອົບພະຍົບ
ຈາກເຂດດັ່ງກ່າວ.
ແຫຼ່ງທີ່ມາ: ຂກທ
ວັນທີ 02/10/2025