ຫຼາຍປະເທດ ໄດ້ລະດົມກຳລັງຊ່ວຍເຫຼືອ ເຫດການແຜ່ນດິນໄຫວຄັ້ງຮ້າຍແຮງ ຢູ່ ມຽນມາ
ໃນວັນທີ 28 ມີນາ 2025 ຜ່ານມານີ້ ມຽນມາໄດ້ປະເຊີນກັບເຫດການແຜ່ນດິນໄຫວຄັ້ງຮ້າຍແຮງໃນຮອບຫຼາຍສິບປີ ເຮັດໃຫ້ມີ
ຜູ້ເສຍຊີວິດ ແລະ ບາດເຈັບ ຫຼາຍພັນຄົນ ແລະ ເສຍຫາຍທາງຊັບສິນເປັນຈຳນວນຫຼວງຫຼາຍ, ບັນດາປະເທດຕ່າງໆ ໄດ້ລະດົມກຳລັງຊ່ວຍ
ເຫຼືອປະເທດມຽນມາຢ່າງເລັ່ງດ່ວນ. ໃນ 29 ມີນາ 2025 ນີ້ ທາງການຈີນໄດ້ສົ່ງທີມກູ້ໄພ ແລະ ແພດຈຳນວນ 37 ຄົນ ຈາກມົນທົນຢູນ
ນານ ປະເທດຈີນ ໄດ້ເດີນທາງຮອດເມືອງຢ່າງກຸ້ງ ປະເທດມຽນມາ ເພື່ອໃຫ້ຄວາມຊ່ວຍເຫຼືອ ຈາກເຫດການແຜ່ນດິນໄຫວ ຕາມຄຳຮ້ອງ
ຂໍຢ່າງເລັ່ງດ່ວນ ແລະ ລັດຖະບານຈີນໄດ້ຕົກລົງໃຫ້ການຊ່ວຍເຫຼືອທາງມະນຸດສະທຳ ຈຳນວນ 100 ລ້ານຢວນ.
ໃນຂະນະດຽວກັນ ກະຊວງເຫດສຸກເສີນຂອງຣັດເຊຍ ໄດ້ເຜີຍແຜ່ພາບເຈົ້າໜ້າທີ່ກູ້ໄພພ້ອມກັບທີມ K9 ກຳລັງຈະເດີນທາງ ຈາກ
ນະຄອນຫຼວງ ມຸດສະກູ ປະເທດຣັດເຊຍ ດ້ວຍເຮືອບິນ 2 ລຳ ແລະ ມີລາຍງານວ່າ ຫຼາຍປະເທດໄດ້ປະກາດໃຫ້ການຊ່ວຍເຫຼືອມຽນມາ
ເຊັ່ນດຽວກັນຄື: ຫວຽດນາມ, ລາວ, ມາເລເຊຍ, ສິງກະໂປ, ໄຕ້ຫວັນ ແລະ ອິນເດຍສົ່ງອຸປະກອນບັນເທົາທຸກປະມານ 15 ໂຕນ ເຂົ້າຊ່ວຍ
ເຫຼືອ. ມາຮອດວັນທີ 31 ມີນາ ຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວທີ່ປະເທດມຽນມາ ສູງກວ່າ 2.000 ກວ່າຄົນ ແລະ ບາດ
ເຈັບ 3.000 ກວ່າຄົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 03/04/2025