ຫວຽດນາມ ອອກມາດຕະການໃໝ່ ຫຼຸດຈຳນວນພະນັກງານລັດທີ່ບໍ່ມີຜົນງານ
ວັນທີ 16 ມິຖຸນາ 2025 ລັດຖະບານ ຫວຽດນາມ ອອກກົດລະບຽບໃໝ່ ພະນັກງານລັດທີ່ບໍ່ສາມາດປະຕິບັດໜ້າທີ່ ທີ່ໄດ້ຮັບ
ມອບໝາຍໃຫ້ສຳເລັດໄດ້ພາຍໃນໜຶ່ງປີ ຈະຖືກພິຈາລະນາໃຫ້ເຂົ້າສູ່ຂະບວນການຫຼຸດຈຳນວນພະນັກງານ.
ກົດລະບຽບດັ່ງກ່າວ ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 16 ມິຖຸນາ ເປັນຕົ້ນໄປ ຈະຄວບຄຸມເຖິງພະ ນັກງານເອກະຊົນ, ພະນັກ
ງານລັດ ແລະ ລູກຈ້າງທີ່ຕຳແໜ່ງວຽກຊ້ຳຊ້ອນຈາກການປັບໂຄງສ້າງອົງກອນ. ນອກຈາກນີ້, ນະໂຍບາຍຫຼຸດພະນັກງານນີ້ຍັງຄວບຄຸມ
ເຖິງບຸກຄະລາກອນທີ່ບໍ່ຜ່ານເກນຄຸນສົມບັດດ້ານການເຝິກອົບຮົມວິຊາຊີບສຳລັບຕຳແໜ່ງປັດຈຸບັນ ບໍ່ສາມາດຫາຕຳແໜ່ງອື່ນທີ່ເໝາະ
ສົມ ເພື່ອຍົກຍ້າຍໄດ້ ຫຼື ບໍ່ສາມາດເຝິກອົບຮົມໃໝ່ໃຫ້ມີມາດຕະຖານຕາມທີ່ກຳນົດໄວ້.
ສະພາແຫ່ງຊາດ ຫວຽດນາມ ຄາດຄະເນວ່າ: ແຜນປັບໂຄງສ້າງໜ່ວຍງານລັດຖະກອນ ແລະ ການຍຸບລວມແຂວງຕ່າງໆ ທີ່ກຳ
ລັງດຳເນີນຢູ່ນີ້ ຈະເຮັດໃຫ້ຈຳນວນພະນັກງານຂອງລັດຫຼຸດລົງປະມານ 250.000 ຄົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/06/2025