ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ​ຫລອກ​ລວງ​ທາງ​ໂທລະ​ຄົມ​ໃນ ມຽນ​ມາ ຖືກ​ຄຸມ​ຕົວ​ສົ່ງ​ກັບ​ຈີນ 2.876 ຄົນ

     ວິທະຍຸ​ສາກົນ​ແຫ່ງ ​ສປ ຈີນ ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຜູ້​ຖືກ​ຫາ​ຫລອກ​ລວງ ທາງ​ໂທລະ​ຄົມ ທີ່​ເມືອງ ເມວະ​ດີ ປະເທດ​ມຽນ​ມາ
ສັນຊາດ​ຈີນ ຈຳນວນ 2.255 ຄົນ ໄດ້​ຖືກ​ເຈົ້າ​ໜ້າທີ່​ຕຳຫລວດ​ຈີນ ຄຸມ​ຕົວ​ຜ່ານ​ປະເທດ​ໄທ ສົ່ງ​ກັບ​ປະເທດ.

     ນັບ​ແຕ່​ວັນ​ທີ 20 ກຸມພາ ປີ​ນີ້​ເປັນຕົ້ນ​ມາ, ​ສປ ຈີນ, ມຽນ​ມາ ແລະ ໄທ ໄດ້​ເລີ່ມ​ຮ່ວມ​ມື​ກັນ​ສືບ​ຄົ້ນ ປາບ​ປາມ ແລະ ເຂົ້າ​ຈັບ​ຄຸມ​ຕົວ​
ຜູ້​ຕ້ອງ​ສົງໄສ ໃນ​ຄະດີ​ການ​ຫລອກ​ລວງ​ທາງ​ໂທລະ​ຄົມ ທີ່​ເມວະ​ດີ ປະເທດ​ມຽນ​ມາ ກັບ​ຄືນ ​ສປ ຈີນ ແລະ ນັບ​ແຕ່​ນັ້ນ​ມາ​ໄດ້​ມີ​ຜູ້​ຕ້ອງ​ສົງ
ໄສ ສັນຊາດ​ຈີນ ຈຳນວນ 2.876 ຄົນ​ຖືກ​ຄຸມ​ຕົວ​ສົ່ງ​ຄືນ​ຈີນ. ນັບ​ແຕ່​ຕົ້ນ​ປີ​ນີ້ ເປັນຕົ້ນ​ມາ, ໂດຍ​ແນໃສ່​ມ້າງ​ກຸ່ມ​ແກ໊ງ ທີ່​ຫລອກ​ລວງ​ທາງ​ໂທ
ລະ​ຄົມ ທີ່​ຖື​ສັນຊາດ​ຈີນ ເປັນ​ເປົ້າ​ໝາຍ ທີ່​ມີ​ເຮືອນ​ຮັງ​ຢູ່​ເຂດ​ເມືອງ​ຊາຍ​ແດນ​ມຽນ​ມາ ຕິດ​ກັບ​ປະເທດ​ໄທ ມີ​ສະຖານ​ບັນ​ເທິງ​ຄົບ​ວົງ​ຈອນ
ໃນ​ນັ້ນ ມີ​ທັງ​ການ​ຄ້າຂາຍ​ເຖື່ອນ, ຄ້າ​ມະນຸດ ແລະ ຕົວະ​ຕົ້ມ​ທາງ​ໂທລະ​ຄົມ.

     ດັ່ງນັ້ນ, ເຈົ້າ​ໜ້າທີ່​ຕຳຫລວດ​ຂອງ 3 ປະເທດ​ດັ່ງກ່າວ ຈິ່ງ​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດກົດໝາຍ ຢ່າງ​ເຂັ້ມ​ງວດ, ສາມາດ
​ຈັບ​ຕົວຜູ້​ຕ້ອງ​ສົງໄສ​ທີ່​ເປັນ​ຊາວ​ຈີນ ແລະ ຊາວ​ຕ່າງປະເທດ​ອື່ນໆ ເປັນ​ຈຳນວນ​ຫຼາຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 20/03/2025