ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄລຍະ 4 ເດືອນ​ຕົ້ນ​ປີ 2025 ຜູ້​ປ່ວຍ​ພະຍາດ​ ໂຄ​ວິດ-19 ຢູ່ ໄທ ເພີ່ມ​ຂຶ້ນ 70.000 ກວ່າ​ຄົນ


     ສຳນັກ​ຂ່າວ​ຊ່ອງ 7 ໄທ​ລາຍ​ງານ​ໃນ​ວັນ​ທີ 14 ພຶດສະພາ 2025 ວ່າ: ກົມ​ຄວບ​ຄຸມພະ​ຍາດ​ຂອງ​ໄທ ເປີດເຜີຍ​ຈຳນວນ​ຜູ້​ປ່ວຍ​ໂຄ​ວິດ-19
ເພີ່ມ​ຂຶ້ນ 70.000 ກວ່າ​ຄົນ​ໃນ​ໄລຍະ 4 ເດືອນ​ທຳ​ອິດ​ຂອງ​ປີ 2025, ມີ​ຜູ້​ເສຍ​ຊີວິດ​ແລ້ວ 19 ຄົນ, ຊີ້​ໃຫ້​ເຫັນ​ວ່າ​ຫຼັງ​ຈາກ​ເທດສະການ​ປີ​ໃໝ່​
ຂອງ​ໄທ ມີ​ການ​ເຈັບ​ປ່ວຍ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ພົບ​ວ່າ​ເປັນ​ສາຍ​ພັນ XEC ລະບາດ​ໃນ​ປະເທດ​ໄທ.

     ໃນ​ວັນ​ທີ 14 ພຶດສະພາ 2025, ໂຄສົກ​ກົມ​ຄວບ​ຄຸມພະ​ຍາດ ໄດ້​ຖະແຫຼງ​ຂ່າວ​ກ່ຽວ​ກັບ​ສະຖານະ​ການ​ພະຍາດ​ໂຄ​ວິດ-19 ແລະ ພະຍາດ​
ໄຂ້ຫວັດໃຫຍ່ ທີ່​ເກີດ​ຂຶ້ນ​ໃນ​ໄລຍະ​ນີ້ ພ້ອມ​ທັງ​ແນະນຳ​ວິທີ​ການ​ດູ​ແລ​ຕົນ​ເອງ​ໃຫ້​ປອດ​ໄພ. ສະຖານະ​ການ​ພະຍາດ​ໂຄ​ວິດ-19 ຕັ້ງແຕ່​ວັນ​ທີ 1 ມັງ
ກອນ - 14 ພຶດສະພາ 2025 ພົບ​ຜູ້​ປ່ວຍ 71.067 ຄົນ, ເສຍ​ຊີວິດ 19 ຄົນ, ແນວ​ໂນ້ມ​ຜູ້​ປ່ວຍ​ສູງ​ຂຶ້ນ ພົບ​ການ​ລະບາດ​ແບບ​ເປັນ​ກຸ່ມ ຈຳນວນ
2 ເຫດການ. ນອກຈາກ​ນີ້, ຫຼັງ​ຈາກ​ໄລຍະ​ເທດສະການ​ປີ​ໃໝ່​ໄທ ພົບ​ວ່າ​ມີ​ຜູ້​ປ່ວຍ​ຈຳນວນ​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຂໍ້​ມູນ​ຈາກ​ກົມ​ວິທະຍາສາດ​
ການ​ແພດ ພົບ​ວ່າ ໃນ​ລະຫວ່າງ ​ເດືອນ ​ມັງກອນ - ກຸມພາ ຂອງປີ​ນີ້​ ປະເທດ​ໄທ​ພົບ​ການ​ລະບາດ​ຂອງ​ສາຍ​ພັນ XEC ເພີ່ມ​ຂຶ້ນ.

     ສຳລັບ​ຄຳ​ແນະນຳ​ການ​ປ້ອງ​ກັນ​ຄວນ​ປະຕິບັດ​ດັ່ງນີ້: ລ້າງ​ມື​ເລື້ອຍໆ​ດ້ວຍ​ສະບູ ແລະ ນ້ຳ​ສະອາດ ກ່ອນ​ຮັບ​ປະທານ​ອາຫານ ແລະ ຫຼັງ​ຈາກ​ເຂົ້າ​
ຫ້ອງ​ນ້ຳ, ບໍ່​ໃຊ້​ສິ່ງ​ຂອງ​ສ່ວນ​ຕົວ​ຮ່ວມ​ກັບ​ຄົນ​ອື່ນ, ຫຼີກ​ລ່ຽງ​ການ​ເຂົ້າ​ໄປ​ສະຖານທີ່ ທີ່​ມີ​ຄົນ​ຫຼາຍ​ໃນ​ໄລຍະ​ທີ່​ມີ​ການ​ລະບາດ, ຖ້າ​ຫຼີກ​ລ່ຽງ​ບໍ່​ໄດ້
ຄວນ​ໃສ່​ໜ້າ​ກາກ​ອະນາໄມ, ເມື່ອ​ມີ​ອາການ​ຕິດເຊື້ອ​ທາງ​ເດີນ​ຫາຍໃຈເຊັ່ນ: ໄຂ້, ໄອ, ນ້ຳ​ມູກ​ໄຫຼ, ຕ້ອງ​ໃສ່​ໜ້າ​ກາກ​ອະນາໄມ ແລະ ລ້າງ​ມື​ເລື້ອຍໆ,
ຫຼີກ​ລ່ຽງ​ການ​ຢູ່​ໃກ້ຊິດ​ກັບ​ຄົນ​ອື່ນ ໂດຍ​ສະເພາະ​ກຸ່ມ​ເດັກນ້ອຍ, ກຸ່ມ​ຜູ້​ສູງ​ອາຍຸ ແລະ ຜູ້​ມີ​ພະຍາດ​ປະຈຳ​ຕົວ ແລະ ໄປ​ຮັບ​ການ​ປິ່ນປົວ​ຈາກ​ແພດ,
ຖ້າ​ພົບ​ວ່າ​ປ່ວຍ​ເປັນ​ພະຍາດ​ຕິດຕໍ່​ທາງ​ເດີນ​ຫາຍໃຈ ຄວນ​ຢຸດ​ພັກ​ຮັກສາ​ຕົວ​ຈົນ​ກວ່າ​ຈະ​ຫາຍ​ເປັນ​ປົກກະຕິ.

ແຫຼ່ງທີ່ມາ: ຂກທ
ວັນທີ 19/05/2025