ອິດສະຣາແອນ ຍິງຖະຫຼົ່ມສໍານັກຂ່າວລັດຖະບານຂອງ ອີຣານ
ວັນທີ 17 ມິຖຸນາ 2025 ສະຖານະການຄວາມຂັດແຍ່ງຢູ່ຕາເວັນອອກກາງທະວີຄວາມຮຸນແຮງຂຶ້ນ ເມື່ອອິດສະຣາແອນໂຈມຕີທາງອາ
ກາດ ໃສ່ສໍານັກ ຂ່າວລັດຖະບານຂອງອີຣານ. ຂະນະທີ່ລັດຖະບານອີຣານ ໄດ້ຮຽກຮ້ອງໃຫ້ປະທານາທິບໍດີ ໂດນັນ ທຣຳ ຂອງອາເມຣິກາກົດ
ດັນໃຫ້ເກີດການຢຸດຍິງໂດຍທັນທີ. ໃນວັນທີ 16 ມິຖຸນາ ຜ່ານມາ, ອິດສະຣາແອນ ຢືນຢັນວ່າ, ໄດ້ໂຈມຕີອາຄານໜ່ວຍງານແຜ່ກະຈາຍສຽງ
ຂອງລັດຖະບານອີຣານ. ພາບຂ່າວທີ່ເຜີຍແຜ່ສະແດງໃຫ້ເຫັນວ່າ: ຜູ້ປະກາດຂ່າວຕ້ອງຟ້າວລຸກອອກຈາກບ່ອນນັ່ງຂະນະເກີດເຫດລະເບີດ
ໂດຍກອງທັບອິດສະຣາແອນໃຫ້ເຫດຜົນວ່າ ອາຄານດັ່ງກ່າວຖືກໃຊ້ເປັນສູນກາງການສື່ສານຂອງກອງທັບອີຣານ. ຂະນະດຽວກັນ, ແຫຼ່ງຂ່າວ
ເປີດເຜີຍຕໍ່ສຳ ນັກຂ່າວຣອຍເຕີວ່າ: ລັດຖະບານອີຣານ ໄດ້ຂໍໃຫ້ໂອມານ, ກາຕາ ແລະ ອາຣາບີ ຊາອຸດິດ ຊ່ວຍກົດດັນປະທານາທິບໍດີ ໂດນັນ
ທຣຳ ໃຫ້ໃຊ້ອິດທິພົນຕໍ່ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຂອງອິດສະຣາແອນ ເພື່ອໃຫ້ເກີດການຢຸດຍິງໂດຍໄວ ໂດຍອີຣານພ້ອມ
ຈະຍືດໝັ້ນໃນການເຈລະຈາບັນຫານິວເຄຼຍເປັນການຕອບແທນ.
ທ່ານ ອັບບາສ ອາຣັກຊີ ລັດຖະມົນຕີຕ່າງປະເທດອີຣານ ກ່າວວ່າ: “ຖ້າປະທານາທິບໍດີ ໂດນັນ ທຣຳ ຈິງໃຈເລື່ອງການທູດ ແລະ ຕ້ອງ
ການຢຸດສົງຄາມນີ້ ຂັ້ນຕອນຕໍ່ໄປມີຄວາມສຳຄັນຢ່າງຍິ່ງ ອິດສະຣາແອນຕ້ອງຢຸດການຮຸກຮານ ແລະ ຕາບໃດທີ່ຍັງບໍ່ຢຸດປະຕິບັດການທາງທະ
ຫານ ການຕອບໂຕ້ຂອງເຮົາຈະດຳເນີນຕໍ່ໄປ. ເຖິງຢ່າງໃດກໍຕາມ, ຜູ້ນຳອາເມຣິກາ ແລະ ອິດສະຣາແອນ ຍັງມີທ່າທີແຂງກະດ້າງ ໂດຍນາຍົກ
ລັດຖະມົນຕີ ເນທັນຢາຮູ ກ່າວວ່າ: ເປົ້າໝາຍຂອງ ອິດສະຣາແອນ ຄືການກຳຈັດໄພຄຸກຄາມຈາກອາວຸດນິວເຄລຍ ແລະ ລູກສອນໄຟ. ຂະ
ນະທີ່ທ່ານ ໂດນັນ ທຣຳ ເນັ້ນວ່າ: ທ່ານໄດ້ໃຫ້ເວລາອີຣານ 60 ວັນ ເພື່ອເຮັດຂໍ້ຕົກລົງຢຸດການເພີ່ມປະສິດທິພາບຢູເຣນຽມ, ແຕ່ເສັ້ນຕາຍ
ໄດ້ຜ່ານໄປໂດຍບໍ່ມີຂໍ້ສະຫລຸບໃດໆ. ຄວາມເສຍຫາຍຈາກການໂຈມຕີໄດ້ຂະຫຍາຍວົງກວ້າງໄປສູ່ໂຄງລ່າງພື້ນຖານສຳຄັນ ໂດຍທ່ານຜູ້ອຳ
ນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ລະບຸວ່າ: ມີຄວາມເປັນໄປໄດ້ສູງທີ່ເຄື່ອງໝູນເພີ່ມປະສິດທິພາບຢູເຣນຽມ
ເກືອບ 15.000 ເຄື່ອງຢູ່ໂຮງງານໃນນາທານ ເຊິ່ງເປັນໂຮງງານໃຫຍ່ທີ່ສຸດຂອງ ອີຣານ ອາດໄດ້ຮັບຄວາມເສຍຫາຍຢ່າງໜັກ ຫລື ຖືກທຳ
ລາຍທັງໝົດຈາກການໂຈມຕີ. ຂະນະທີ່ໂຮງງານໃນຟໍໂດໄດ້ຮັບຄວາມເສຍຫາຍໃນວົງຈຳກັດ.
ຜົນກະທົບຈາກສົງຄາມໄດ້ສ້າງການສູນເສຍໃຫຍ່ຫລວງຕໍ່ພົນລະເຮືອນທັງສອງຝ່າຍ. ອີຣານ ລາຍງານວ່າ, ມີຜູ້ເສຍຊີວິດແລ້ວ 224
ກວ່າຄົນ ສ່ວນຫຼາຍເປັນພົນລະເຮືອນ. ຂະນະທີ່ອິດສະຣາແອນລະບຸວ່າ, ມີຜູ້ເສຍຊີວິດ 24 ຄົນ ເຊິ່ງເປັນພົນລະເຮືອນທັງໝົດ. ພາບຈາກ
ໂທລະພາບອີຣານ ສະແດງໃຫ້ເຫັນອາຄານເປ່ເພເສຍຫາຍ, ລົດທີ່ຖືກໄຟໄໝ້ ແລະ ຖະໜົນທີ່ເຕັມໄປດ້ວຍເສດຊາກໃນນະຄອນຫຼວງເຕ
ເຮຣານ, ປະຊາຊົນຈຳນວນຫຼາຍພະຍາຍາມຫຼົບໜີອອກຈາກເມືອງຫຼວງ ທ່າມກາງແຖວຍາວຢຽດເພື່ອເຕີມນ້ຳມັນ ແລະ ຕູ້ ATM ທີ່ບໍ່ມີ
ເງິນເຫຼືອຢູ່. ເບື້ອງອິດສະຣາແອນ, ໜ່ວຍກູ້ໄພຍັງເຮັດວຽກແຂ່ງກັບເວລາໃນຊາກຫັກພັງຂອງບ້ານເຮືອນທີ່ຖືກລູກສອນໄຟທຳລາຍ ໂດຍ
ລັດຖະມົນຕີການເງິນອິດສະຣາແອນ ເປີດເຜີຍວ່າ: ມີປະຊາຊົນເກືອບ 3.000 ຄົນຕ້ອງອົບພະຍົບອອກຈາກເຮືອນ ແລະ ມີອາຄານ 24
ຫຼັງຕ້ອງຮື້ຖອນ.
ສະຖານະການທີ່ເກີດຂຶ້ນນີ້ຖືເປັນບົດທົດສອບຄັ້ງໃຫຍ່ທີ່ສຸດຕໍ່ລະບອບການປົກຄອງຂອງອີຣານນັບແຕ່ການປະຕິວັດອິດສະລາມປີ 1979
ຫຼັງຈາກອີຣານສູນເສຍຜູ້ບັນຊາການທະຫານລະດັບສູງ ແລະ ນັກວິທະຍາສາດນິວເຄລຍຄົນສຳຄັນໄປເກືອບທັງໝົດໃນການໂຈມຕີໂດຍ ອິດ
ສະຣາແອນ ຮອບທຳອິດ ແລະ ເບິ່ງຄືວ່າຈະສູນເສຍການຄວບຄຸມນ່ານຟ້າຂອງຕົນເອງ. ເຖິງຢ່າງນັ້ນ, ອີຣານ ຍັງກຽມໂຈມຕີດ້ວຍລູກສອນໄຟ
ຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ເພື່ອຕອບໂຕ້ ອິດສະລາແອນ ຕໍ່ໄປ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/06/2025