
ສູນ ເອໄອ ຈີນ-ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ ນະຄອນຫຼວງປັກກິ່ງ
ວິທະຍຸໂທລະພາບສູນກາງຈີນ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ຈີນ ລາຍງານວ່າ: ວັນທີ 24 ພຶດສະພາ,
ພິທີສ້າງຕັ້ງສູນນະວັດຕະກຳ ອຸດສາຫະກຳປັນຍາ ປະດິດ ຈີນ-ອາຊຽນ ຫຼື ສູນ AI ຈີນ-ອາຊຽນ ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງປັກກິ່ງຂອງ
ສປ ຈີນ. ທ່ານ ເຄີ່ຈີຊິ່ນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ແລະ ທ່ານ ກາວກິມຮຸນ ເລຂາ
ທິການໃຫຍ່ ອາຊຽນ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ. ສູນ AI ຈີນ-ອາຊຽນ ຈະສຸມໃສ່ວຽກງານ 4 ດ້ານ ຄື: ໜຶ່ງ, ຊຸກຍູ້ການ
ຮ່ວມມືດ້ານການຄົ້ນຄວ້າ ພັດທະນາເຕັກໂນໂລຊີ ແລະ ການປະດິດສ້າງ, ເລັ່ງຍົກລະດັບ ການຫັນເປັນອັດສະລິຍະຂອງອຸດສາຫະກຳ.
ສອງ, ສ້າງສະພາບການຮ່ວມມືດ້ານອຸດສາຫະກຳປັນຍາປະດິດ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍ ຫຼື ຫຼາຍຝ່າຍ. ສາມ,
ລົງເລິກພຶດຕິກຳຕົວຈິງໃນການບໍລິຫານປັນຍາປະດິດ ເພື່ອສ້າງຂອບ ແລະ ຫຼັກການການບໍລິຫານ ທີ່ມີຄວາມເຫັນເປັນເອກະພາບກັນ
ຫຼາຍກວ່າເກົ່າ ແລະ ສີ່, ຊ່ວຍເຫຼືອການສ້າງຄວາມສາມາດຂອງພາກພື້ນ, ຮ່ວມກັນສ້າງພື້ນຖານໂຄງລ່າງ ອັດສະລິຍະ ແລະ ຮ່ວມກັນ
ຊົມໃຊ້ຜົນປະໂຫຍດຈາກການ ພັດທະນາ ປັນຍາປະດິດ.
ແຫຼ່ງທີ່ມາ: ຂກທ
ວັນທີ 21/05/2026