
ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບ ຢູ່ ເຂດກາຊາຫຼາຍກວ່າ 220.000 ຄົນ
ວັນທີ 24 ສິງຫາ 2025 ຢູ່ເຂດກາຊາ ເກືອບ 23 ເດືອນຜ່ານມາ ໄດ້ມີເຖິງນັບແສນຄົນເສຍຊີວິດ ແລະ ໄລ່ລວມນັບແຕ່ຕົ້ນບັ້ນບຸກໂຈມ
ຕີລວມຂອງກຳລັງຂອງອິດສະຣາແອນ ເຂົ້າເຂດກາຊາ ຍອດຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຢູ່ເຂດກາຊາ ໄດ້ຮັບການຢັ້ງຢືນເພີ່ມຂຶ້ນ
ເຖິງກວ່າ 220.000 ຄົນ ໃນນັ້ນ, ມີຜູ້ເສຍຊີວິດຫຼາຍກວ່າ 62.600 ຄົນ ແລະ ຜູ້ຮັບບາດເຈັບເກືອບ 157.700 ຄົນ.
ສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງກວມເອົາສ່ວນຫຼາຍ. ແຈ້ງການຂອງອົງການສາທາລະນະສຸກ ກາຊາ ໃຫ້ຮູ້ວ່າ:
ໃນວັນທີ 24 ສິງຫາ 2025 ກອງທັບອິດສະຣາແອນ ສືບຕໍ່ປະຕິບັດບັນດາການບຸກໂຈມຕີຕື່ມອີກ, ຍິງປຶນໃຫຍ່ ແລະ ບຸກໂຈມຕີດ້ວຍທະຫານ
ລາບຢ່າງຮ້າຍແຮງ ເລັ່ງໃສ່ບັນດາເຂດອື່ນໆຢູ່ເຂດກາຊາ ໃນນັ້ນ, ມີນະຄອນ ກາຊາ. ບັນດາບັ້ນບຸກໂຈມຕີເຮັດໃຫ້ມີຜູ້ເສຍຊີວິດ 63 ຄົນ ແລະ
ຜູ້ຮັບບາດເຈັບກວ່າ 200 ຄົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 27/08/2025