ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວ​ນູ​ແວນ​ເຊ​ລັງ ເຂົ້າ​ສູ່​ຕະຫຼາດ ແຮງ​ງານ​ໄວ​ຂຶ້ນ ແລະ ບຳນານ​ຊ້າ​ລົງ


     ວັນ​ທີ 12 ມິຖຸນາ 2025 ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ນູ​ແວນ​ເຊ​ລັງ ໄດ້​ເປີດເຜີຍ​ບົດ​ລາຍ​ງານ​ການ​ສຳ​ຫຼວດ​ສຳມະໂນ​ຄົວ​ສະບັບ​ຫຼ້າ​ສຸດ
ເຊິ່ງ​ລະບຸ​ວ່າ ໄວ​ໜຸ່ມ​ປະເທດ​ນີ້ ກຳລັງ​ເຂົ້າ​ສູ່​ຕະຫຼາດ​ແຮງ​ງານ​ຫຼາຍ​ຂຶ້ນ, ໃນ​ຂະນະ​ທີ່​ຜູ້​ອາຍຸ​ສູງ​ສືບຕໍ່​ເຮັດ​ວຽກ​ຫຼາຍ​ຂຶ້ນ.

     ບົດ​ລາຍ​ງານ​ສະແດງ​ໃຫ້​ເຫັນ​ວ່າ: ປະມານ 66% ຂອງ​ຊາວ​ນູ​ແວນ​ເຊ​ລັງ ທີ່​ມີ​ອາຍຸ​ແຕ່ 15-29 ປີ ເຂົ້າ​ສູ່​ຕະຫຼາດ​ແຮງ​ງານ​ໃນ​ປີ 2023
ຊຶ່ງ​ເພີ່ມ​ຂຶ້ນ​ຈາກ 57% ໃນ​ປີ 2013. ໂດຍ​ກຸ່ມ​ອາຍຸ 15-19 ປີ ເຂົ້າ​ສູ່​ຕະຫຼາດ​ແຮງ​ງານ​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ ເຊິ່ງ​ເພີ່ມ​ຂຶ້ນ​ຈາກ 33,7% ໃນ​
ປີ 2013 ເປັນ 45,1% ໃນ​ປີ 2023. ທ່ານ ໂຣ​​ສ​ແມ​ຣີ ກູດ​ເຢຍ ໂຄສົກ​ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ນູ​ແວນ​ເຊ​ລັງ ກ່າວ​ວ່າ: ນີ້​ເປັນ​ຜົນ​ມາ
​ຈາກ​ຕະຫຼາດ​ແຮງ​ງານ​ພາຍຫຼັງ​ການ​ລະບາດ​ຂອງ​ບັນດາ​ພະຍາດ​ຕິດແປດ ໂດຍ​ອັດຕາ​ການ​ຫວ່າງ​ງານ​ຕ່ຳ ແລະ ຄວາມ​ຕ້ອງການ​ແຮງ​ງານ​ສູງ ຫຼັງ
​ຈາກ​ຂໍ້​ຈຳກັດ​ຊາຍ​ແດນ​ກ່ຽວ​ກັບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ຫຼາຍ​ຂົງເຂດ​ຂອງ​ນູ​ແວນ​ເຊ​ລັງ​ທີ່​ມີ​ອຸດສາຫະກຳ​ຕາມ​ລະດູ​ການ​ທີ່​ເຂັ້ມ
ແຂງ, ມີ​ອັດຕາ​ການ​ຈ້າງ​ງານ​ໄວ​ໜຸ່ມ​ສູງ​ທີ່​ສຸດ, ໂອກາດ​ເຮັດ​ວຽກ​ສ່ວນ​ໃຫຍ່​ຢູ່​ໃນ​ຂະແໜງການ​ກະສິກຳ, ປ່າໄມ້ ແລະ ປູກ​ໝາກ​ລະ​ແຊັງ. ໃນ​
ຂະນະ​ດຽວ​ກັນ, ຊາວ​ນູ​ແວນ​ເຊ​ລັງ ​ທີ່​ມີ​ອາຍຸ​ສູງ​ມີ​ທ່າ​ອ່ຽງ​ທີ່​ຈະ​ຢູ່​ໃນ​ຕະຫຼາດ​ແຮງ​ງານ​​​ດົນ​ຂຶ້ນ.

     ໂດຍ​ອັດຕາ​ສ່ວນ​ຂອງ​ຜູ້​ທີ່​ມີ​ອາຍຸ 65 ປີ​ຂຶ້ນ​ໄປ​ທີ່​ກຳລັງ​ເຮັດ​ວຽກ​ເພີ່ມ​ຂຶ້ນ​ຈາກ 22% ໃນ​ປີ 2013 ເປັນ 24% ໃນ​ປີ 2023, ໂດຍ​ກຸ່ມ​
ອາຍຸ 70-74 ປີ​ມີ​ອັດຕາ​ສ່ວນ​ຫຼາຍ​ທີ່​ສຸດ. ທ່ານ ໂຣ​​ສ​ແມ​ຣີ ກູດ​ເຢຍ ກ່າວ​ຕື່ມ​ວ່າ: ສຸຂະພາບ​ທີ່​ດີ​ຂຶ້ນ, ອາຍຸ​ຍືນ​ຍາວ ແລະ ຄວາມ​ກົດ​ດັນ​ທາງ
​ດ້ານ​ການ​ເງິນ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່ຢູ່​ເບື້ອງ​ຫຼັງ​ທ່າ​ອ່ຽງ​ນີ້, ໂດຍ​ການ​ຈ້າງ​ງານ​ໃນ​ກຸ່ມ​ແມ່ຍິງ​ອາຍຸ​ສູງ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/06/2025