
ທ່ານ ຈ້າວເລີ້ຈີ້ ຢ້ຽມຢາມສັນທະວະໄມຕີ ກາຊັກສະຖານ ຢ່າງເປັນທາງການ
ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ເຢລານ ໂຄຊານົຟ ປະທານສະພາຕໍ່າ ກາຊັກສະຖານ, ທ່ານ ຈ້າວເລີ້ຈີ້ ປະທານສະພາປະ
ຊາຊົນແຫ່ງຊາດຈີນ ໄດ້ເດີນທາງຢ້ຽມຢາມສັນທະວະໄມຕີ ກາຊັກສະຖານ ຢ່າງເປັນທາງການ ໃນລະຫວ່າງວັນທີ 25-27 ພຶດສະພາ ຜ່ານ
ມານີ້, ຢູ່ນະຄອນຫຼວງອັດສະຕານາ ຂອງກາຊັກສະຖານ, ທ່ານໄດ້ເຂົ້າຢ້ຽມຄຳນັບ ທ່ານ ຄາຊິມ ໂຈມາດ ໂຕຄາເຢັຟ ປະທານາທິບໍດີກາຊັກ
ສະຖານ ແລະ ໄດ້ພົບປະເຈລະຈາສອງຝ່າຍກັບ ທ່ານ ມາວເລັນ ອາຊິມບາເຢັຟ ປະທານສະພາສູງ ຕາມລຳດັບ. ພາຍຫຼັງສຳເລັດການພົບປະ,
ທ່ານປະທານາທິບໍດີ ໂຕຄາເຢັຟ ໄດ້ປະດັບຫຼຽນໄຊມິດຕະພາບຊັ້ນໜຶ່ງໃຫ້ ທ່ານ ຈ້າວເລີ້ຈີ້.
ທ່ານ ຈ້າວເລີ້ຈີ້ ກ່າວຢືນຢັນສະແດງຄວາມຫວັງຢາກລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ການຮ່ວມກັນ
ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ໄດ້ຮັບໝາກຜົນອັນໃໝ່. ນອກນີ້, ທ່ານຍັງໄດ້ເດີນທາງໄປຢ້ຽມຢາມສູນລູປ່ານກົ່ງຝ້າງ ຂອງມະຫາວິທະ
ຍາໄລແຫ່ງຊາດເອີຣົບອາຊີ ແລະ ໄດ້ກ່າວຄໍາເຫັນໂດຍເນັ້ນໜັກວ່າ: ຄວນເພີ່ມທະວີການແລກປ່ຽນດ້ານວັດທະນະທຳຢ່າງແໜ້ນແຟ້ນ ແລະ
ຮັດແໜ້ນ ພື້ນຖານທີ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນ ເພື່ອມິດຕະພາບລະຫວ່າງສອງປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 02/06/2026