ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕະຫຼາດ​ດອກ​ໄມ້​ສົດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ອາຊີ

     ສຳນັກ​ຂ່າວ ຊິນ​ຮວາ ລາຍ​ງານ ວັນ​ທີ 3 ມີນາ​ ນີ້​ວ່າ: ຕະຫຼາດ​ດອກ​ໄມ້ ໂຕ່ວ​ໜານ​ຂອງ ​ສປ​ ຈີນ ກາຍເປັນ​ຕະຫຼາດ​ດອກ​ໄມ້​ສົດ​ທີ່​
ໃຫຍ່​ທີ່​ສຸດ​ໃນ​ອາຊີ, ເຊິ່ງ​ມີ​ປະລິມານ ການ​ຊື້-ຂາຍ ດອກ​ໄມ້ ລວມ​ມີ 14.180 ລ້ານ​ດອກ ເມື່ອ​ປີ 2024 ເພີ່ມ​ຂຶ້ນ 5% ເມື່ອ​ທຽບໃສ່​
ປີ​ຕໍ່​ປີ ແລະ ກວມ​ເອົາ​ມູນ​ຄ່າ 11.500 ລ້ານ​ຢວນ ເຮັດ​ໃຫ້​ປະລິມານ ແລະ ມູນ​ຄ່າ​ການ​ຊື້-ຂາຍ​ສູງ​ສຸດ​ໃນ ​​ສປ​ຈີນ ​ຕິດຕໍ່​ກັນ 25 ປີ.

     ໂດຍ​ຕະຫລາດ​ດອກ​ໄມ້ ໂຕ່ວ​ໜານ ຕັ້ງ​ຢູ່​ເຂດ​ເສີງ​ກົງ ຂອງ ເມືອງ​ຄຸນ​ຫມິງ ໃນ​ແຂວງ​​ຢຸນ​ນານ ທາງ​ຕາເວັນຕົກ​ສ່ຽງ​ໃຕ້ ຂອງ ​ສປ​
ຈີນ, ​ນອກຈາກ​ຈະ​ເປັນ​ຕະຫຼາດ​ດອກ​ໄມ້​ສົດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ອາຊີແລ້ວ, ຍັງ​ເປັນ​ສູນ​ກາງ ການ​ຄ້າ​ດອກ​ໄມ້​ສົດ ທີ່​​ມີຂະໜາດ​ໃຫຍ່​ທີ່​ສຸດ
ອັນ​ດັບ 2 ຂອງ​ໂລກ​ຕື່ມ​ອີກ, ໂດຍ​ດອກ​ໄມ້ ຈາກ​ແຫ່ງ​ນີ້ ໄດ້​ນຳ​ສົ່ງ​ໄປ​ຈຳໜ່າຍ ໃນ​ທຸກ​ແຂວງ ຢູ່​​ ສປ ​ຈີນ ແລະ ປະເທດ​ຕ່າງໆ ທົ່ວ​ໂລກ
ຫລາຍ​ກວ່າ 50 ແຫ່ງ ລວມ​ເຖິງ ຍີ່ປຸ່ນ ແລະ ໄທ ອີກ​ດ້ວຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 04/03/2025