ອາເມຣິກາ ແລະ ຈີນ ໂຈະການຂຶ້ນພາສີສິນຄ້າທັງສອງຝ່າຍ ເປັນເວລາ 90 ມື້
ສຳນັກຂ່າວ CNN ລາຍງານໃນວັນທີ 12 ພຶດສະພາ 2025 ວ່າ: ຄະນະຜູ້ແທນເຈລະຈາການຄ້າຂອງອາເມຣິກາ ແລະ ຄະນະຜູ້ແທນ
ເຈລະຈາການຄ້າຂອງຈີນ ຖະແຫຼງການຮ່ວມກັນ ໂດຍໄດ້ປະກາດໂຈະການຂຶ້ນພາສີສິນຄ້າຂອງກັນ ແລະ ກັນ ອອກໄປເປັນເວລາ 90 ມື້ ຫຼັງ
ຈາກການຫາລືຮ່ວມກັນລະຫວ່າງເຈົ້າໜ້າທີ່ລະດັບສູງຂອງທັງສອງຝ່າຍ ທີ່ປະເທດສະວິດ.
ຕາມຖະແຫຼງລະບຸວ່າ: ໃນວັນທີ 14 ພຶດສະພາ 2025 ສະຫະລັດອາເມຣິກາ ຈະຫຼຸດພາສີນຳເຂົ້າສິນຄ້າຈາກຈີນຊົ່ວຄາວຈາກ 145%
ເຫຼືອ 30%; ພ້ອມດຽວກັນ ຈີນ ຈະຫຼຸດພາສີນຳເຂົ້າສິນຄ້າຈາກ ອາເມຣິກາ ຈາກ 125% ເຫຼືອ 10% ເຊັ່ນດຽວກັນ. ທັງສອງຝ່າຍຍັງໄດ້ຕົກ
ລົງ ທີ່ຈະສ້າງກົນໄກໃນການດຳເນີນການເຈລະຈາຄວາມສຳພັນທາງເສດຖະກິດ ແລະ ການຄ້າຕໍ່ໄປ. ຫຼັງຈາກການເຈລະຈາການຄ້າຂອງທັງ
ສອງປະເທດ ສົ່ງຜົນໃຫ້ຕະຫຼາດຫຸ້ນທົ່ວໂລກປັບຕົວຂຶ້ນຢ່າງໄວວາ, ຄ່າເງິນຢວນຂອງຈີນແຂງຄ່າຂຶ້ນໃນຮອບ 6 ເດືອນ ແລະ ລາຄານ້ຳມັນ
ດິບເບຣນ (Brent crude) ເຊິ່ງເປັນລາຄາອ້າງອີງນ້ຳມັນໂລກກໍປັບຕົວສູງຂຶ້ນ 2,8%.
ແຫຼ່ງທີ່ມາ: ຂກທ
ວັນທີ 14/05/2025