
ສ ອາເມຣິກາ ລົງນາມຄຳສັ່ງ ຫຼຸດຈຳນວນວັກຊີນເດັກ
ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ປະທານາທິບໍດີ ໂດນັນ ທຣຳ ຂອງ ສ ອາເມຣິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍ
ລິຫານ ເພື່ອຫຼຸດຜ່ອນ ການສັກວັກຊີນ ໃນເດັກ ໂດຍຈຳກັດ ຕາຕະ ລາງ ການຮັບ ວັກຊິນເຫຼືອພຽງ 11 ລາຍການ ເຊິ່ງ ທ່ານໂດ
ນັນທຣຳ ລະບຸວ່າ ຈະຊ່ວຍໃຫ້ເດັກ ໃນ ສ ອາເມຣິກາ ໄດ້ຮັບການ ປົກປ້ອງລະດັບ “ມາດຕະຖານຄຳ” (Gold Standard)
ແລະ ສອດຄ່ອງກັບ ກຸ່ມປະເທດ ພັນທະມິດ ທີ່ ແນະນຳ ໃຫ້ຫຼຸດຈຳນວນການສັກວັກຊິນ.
ນອກຈາກນີ້, ຄຳສັ່ງດັ່ງກ່າວ ຍັງແນະນຳໃຫ້ ແຍກວັກຊິນ ພະຍາດຫັດ (Measles), ພະຍາດຄາງທູມ (Mumps) ແລະ ພະ
ຍາດຫັດເຢຍລະມັນ (Rubella) ຫຼື ວັກຊີນ MMR ອອກເປັນ 3 ເຂັມ ແລະ ໃຫ້ສັກວັກຊິນແຕ່ລະຊະນິດ ໃນການພົບແພດໝໍ
ໃນແຕ່ລະຄັ້ງ ໂດຍມີຜົນບັງຄັບໃຊ້ທັນທີ. ຄະນະບໍລິຫານ ຈະຮັບຮອງ ຂໍ້ແນະນຳ ການສັກວັກຊິນ ໃນເດັກລະດັບມາດຕະຖານ ຄຳ
ສຳລັບວັກຊິນຫຼັກພຽງ 11 ລາຍການ ເພື່ອປ້ອງກັນ ພະຍາດທີ່ຮຸນແຮງ ແລະ ອັນຕະລາຍທີ່ສຸດ ຄຽງຄູ່ໄປກັບ ວັກຊິນ MMR ເຊິ່ງ
ຫວັງວ່າ ຈະມີການຈຳແນກອອກ. ທ່ານ ໂດນັນ ທຣຳ ກ່າວໃນພິທີລົງນາມ ທີ່ທຳນຽບຂາວ ແລະ ໄດ້ກ່າວຫຼາຍຄັ້ງ ກ່ຽວກັບ ການ
ວິນິດໄສພາວະອໍທີສຕິກ ທີ່ເພີ່ມຂຶ້ນໃນ ສ ອາເມຣິກາ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/08/2026