ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ​ຫວາງ​ຢີ້​ ພົບ​ປະ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະເທດ​ອັງກິດ

     ວິທະຍຸ​ໂທະພາບ​ສູນ​ກາງ​ຈີນ ລາຍ​ງານ​ວັນ​ທີ 18 ຕຸລາ 2024 ນີ້​ວ່າ: ທ່ານ​ຫວາງ​ຢີ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ​ກອມມູ​ນິດ​ຈີນ
ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ຈີນ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ ດາ​ວິດ ລາ​ມີ ລັດຖະມົນຕີ ​ກະຊວງ​ການ​ຕ່າງປະເທດ​ອັງກິດ ​ຢູ່​ທີ່​ນະ
ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ.

     ທ່ານ ຫວາງ​ຢີ້ ກ່າວ​ຕ້ອນຮັບ ແລະ ເວົ້າ​ວ່າ: ຈີນ​ເຫັນ​ດີ​ໃຫ້​ຟື້ນ​ຟູ​ກົນ​ໄກ​ສົນທະນາ ​ແລະ ຮ່ວມ​ມື​ໃນ​ທຸກ​ຂົງເຂດ​ລະຫວ່າງ​ສອງ​ປະເທດ​ຢ່າງ
ຮອບດ້ານ, ຕັ້ງໜ້າ​ດຳເນີນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ​ໃນ​ຂົງເຂດ​ການ​ຄ້າການ​ເງິນ ການ​ພັດທະນາ​ແບບ​ສີຂຽວ ແລະ​ຂົງ
ເຂດ​ອື່ນໆ. ທ່ານ ດາ​ວິດ ລາ​ມີ ກ່າວ​ຂອບໃຈ​ອັນ​ຕອ້ນ​ຮັບ​ອັນ​ອົບ​ອຸ່ນ​ຈາກ​ລັດຖະມົນຕີ ແລະ ເວົ້າ​ວ່າ: ລັດຖະບານ​ອັງກິດ​ສຸມ​ໃສ່​ການ​ເພີ່ມ​ທະວີ​
ການ​ສົນທະນາ​ ແລະ​ ການຮ່ວມ​ມື​ກັບ​ຈີນ ພ້ອມ​ທັງ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ຢ່າງ​ມີ​ປະ​ສິດທິ​ຜົນ​ດ້ວຍ​ຮູບ​ແບບ​ທີ່​ລຽນຕິດ ເຄົາລົບ​ເຊິ່ງ​ກັນ​ ແລະ
ກັນ ແລະ ​ສອດຄ່ອງ​ກັບ​ຜົນ​ປະໂຫຍດ​ໄລຍະ​ຍາວ​ຂອງ​ສອງ​ຝ່າຍ. ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນຫາ​ຈຸດ​ສຸມ​ທັງ​ສາກົນ​
ແລະ ​ພາກ​ພື້ນ ເຊັ່ນ: ວິ​ກິດ​ການ​ອູ​ແກຣນ ການ​ປະ​ທະ​ກັນ​ລະຫວ່າງ​ປາ​ແລັດ​ສະ​ຕິນ ​ແລະ ​ອິດ​ສະລະ​ແອນ ສະຖານະ​ການ​ມຽນ​ມາ ແລະ ບັນ
ຫາ​ອື່ນໆ.

ແຫຼ່ງທີ່ມາ: ຂກທ
ວັນທີ 22/10/2024