ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ຍົກເວັ້ນ​ວີ​ຊ່າ​ຜ່ານ​ແດນ​ໃຫ້ ​ສສ ຫວຽດນາມ

     ວິທະຍຸ-ໂທລະພາບ​ສູນ​ກາງ​ຈີນ, ທ່ານ ນາງ ຟາມ ​ທຸ​ ຮັງ ໂຄ ສົກ​ກະຊວງ​ການ​ຕ່າງປະເທດ ຫວຽດນາມ ໄດ້​ກ່າວ​ໃນ​ກອງ​ປະຊຸມຖະ
ແຫຼງ​ຂ່າວ​ວ່າ: ​ສສ ຫວຽດນາມ ຊົມເຊີຍ ​ສປ ຈີນ ທີ່​ໄດ້​ລວມ ​ສສ ຫວຽດນາມ ເຂົ້າ​ໃນ​ບັນດາ​ປະເທດ ທີ່​ສາມາດ​ນຳ​ໃຊ້​ນະໂຍບາຍ ຍົກເວັ້ນ
​ວີ​ຊ່າ ຜ່ານ​ແດນ 240 ຊົ່ວໂມງ ແລະ ນະໂຍບາຍ​ຍົກເວັ້ນ​ວີ​ຊ່າ ເຂົ້າ​ເມືອງ 30 ວັນ ຢູ່​ແຂວງ​ໄຫ​ຫຼຳ​ ຂອງ ສປ ຈີນ.

     ທ່ານ ນາງ ຟາມ​ທຸ​ຮັງ ສະແດງ​ຄວາມ​ຄອງ​ຄອຍ ລົງ​ເລິກການ​ແລກປ່ຽນດ້ານ​ວັດທະນະທຳ​ກັບ ​ສປ ຈີນ ຕື່ມ​ອີກ. ພາຍຫລັງ​ອົງການ​ຄຸ້ມ
​ຄອງ​ຄົນ​ເຂົ້າ​ເມືອງ​ແຫ່ງ​ຊາດ​ຈີນ ໄດ້​ປະກາດ​ວ່າ: ນັບ​ແຕ່​ວັນ​ທີ 20 ສິງຫາ ​ປີ 2026 ເປັນຕົ້ນ​ໄປ, ພົນລະເມືອງ ກຽກ​ກິດ​ສະຖານ ແລະ
ຫວຽດນາມ ສາມາດ​ເດີນທາງ​ເຂົ້າ ​ສປ ຈີນ ໂດຍ​ນຳ​ໃຊ້​ນະໂຍບາຍ ຍົກເວັ້ນ​ວີ​ຊ່າຜ່ານ​ແດນ 240 ຊົ່ວໂມງ ແລະ ນະໂຍບາຍ​ຍົກເວັ້ນ ວີ​ຊ່າ​
ເຂົ້າ​ເມືອງ 30 ວັນ​ຢູ່​ແຂວງ​ໄຫ​ຫຼຳ.

     ມາ​ຮອດ​ປັດຈຸບັນ, ຈຳນວນ​ປະເທດ ທີ່​ສາມາດ ນຳ​ໃຊ້​ນະໂຍບາຍ ຍົກເວັ້ນ​ວີ​ຊ່າ​ຜ່ານ​ແດນ 240 ຊົ່ວໂມງ​ເພີ່ມ​ຂຶ້ນ​ເປັນ 57 ປະເທດ ແລະ
ຈຳນວນ​ປະເທດ ທີ່​ສາມາດ​ນຳ​ໃຊ້​ນະໂຍບາຍຍົກ ເວັ້ນ​ວີ​ຊ່າ ເຂົ້າ​ເມືອງ 30 ວັນ ຢູ່​ແຂວງ​ໄຫ​ຫຼຳ ເພີ່ມ​ຂຶ້ນ​ເປັນ 61 ປະເທດ.

ແຫຼ່ງທີ່ມາ: ຂກທ
ວັນທີ 25/08/2026