ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນຳ​ ອາ​ເມ​ຣິ​ກາ ແລະ ຜູ້ນຳ​ຣັດ​ເຊຍ ສົນທະນາ​ກັນ​ທາງ​ໂທລະສັບ ​ກ່ຽວ​ກັບ​ບັນຫາ​ ອູ​ແກຣນ


ທ່ານ ວະ​ລາ​ດິ​ເມຍ ປູ​ຕິນ ຜູ້ນຳ​ຣັດ​ເຊຍ ​ແລະ ທ່ານ ໂດ​ນັນ ທຣຳ ຜູ້ນຳ​ອາ​ເມ​ຣິ​ກາ

     ສຳນັກ​ຂ່າວ​ຕ່າງປະເທດ​ລາຍ​ງານ​ຈາກ​ ນະຄອນຫຼວງ​ວໍ​ຊິງ​ຕັນ ສະຫະລັດ ອາ​ເມ​ຣິ​ກາ ໃນ​ວັນ​ທີ 13 ກຸມພາ 2025 ນີ້​ວ່າ: ທ່ານ ໂດ​ນັນ
ທຣຳ ຜູ້ນຳ​ອາ​ເມ​ຣິ​ກາ ໄດ້​ເປີດເຜີຍ​ຂ່າວ ພາຍຫຼັງ​ການ​ສົນທະນາ​ສຳເລັດວ່າ, ໄດ້​ສົນທະນາ​ທາງ​ໂທລະສັບ​ກັບ ​ທ່ານ ວະ​ລາ​ດິ​ເມຍ ປູ​ຕິນ ຜູ້ນຳ​
ຣັດ​ເຊຍ ຢ່າງ​ສ້າງສັນ ກ່ຽວ​ກັບ​ສະຖານະ​ການ​ໃນ​ອູ​ແກຣນ, ຕາເວັນ​ອອກ​ກາງ, ດ້ານ​ພະລັງງານ, ປັນຍາ​ປະດິດ, ຄວາມ​ຍິ່ງ​ໃຫຍ່​ຂອງ​ເງິນ​ໂດ​ລາ​
ສະຫະລັດ ແລະ ເລື່ອງ​ອື່ນໆ.

     ຜູ້ນຳ​ອາ​ເມ​ຣິ​ກາ ກ່າວ​ວ່າ: ເຫັນ​ດີ​ກັບ​ຜູ້ນຳ​ຣັດ​ເຊຍ ກ່ຽວ​ກັບ​ການ​ເຮັດ​ວຽກ​ຮ່ວມ​ກັນ ເຊິ່ງ​ລວມ​ເຖິງ​ການ​ແລກປ່ຽນ​ການ​ຢ້ຽມຢາມ​ລະດັບ​
ຜູ້ນຳ, ການ​ກະກຽມ​ໃຫ້​ທີມ​ງານ​ທີ່​ກ່ຽວຂ້ອງ​ກັບ​ຫົວຂໍ້​ທີ່​ມີ​ການ​ສົນທະນາ​ເຈລະຈາ​ຮ່ວມ​ກັນ​ໃນ​ທັນທີ ໂດຍ​ສະເພາະ​ແມ່ນ​ຄຳ​ວ່າ ສາມັນ​ສຳນຶກ
ທີ່​ຜູ້ນຳ​ຣັດ​ເຊຍ ສະເໜີ ແລະ ຢັ້ງຢືນ​ມາ​ຕະຫຼອດ​ນັ້ນ ຜູ້ນຳ ​ອາ​ເມ​ຣິ​ກາ ເຫັນ​ດີ​ນຳ​ເປັນ​ຢ່າງ​ຍິ່ງ. ການ​ເປີດເຜີຍ​ຂ່າວ​ຄັ້ງ​ນີ້, ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​
ທຳ​ນຽບ​ຂາວ ແລະ ທຳ​ນຽບ​ເຄຣມ​ລິນ ວ່າ: ການ​ສົນທະ​ນາ​ໃຊ້​ເວລາ​ເຖິງ 90 ນາທີ, ຖື​ເປັນ​ການ​ສົນທະນາ​ທາງ​ໂທລະສັບ​ຢ່າງ​ເປັນ​ທາງ​ການ ຄັ້ງ
​ທຳ​ອິດ ລະຫວ່າງ ຜູ້ ນຳສອງ​ປະເທດ ນັບ​ຕັ້ງແຕ່​ ຣັດເຊຍ-ອູແກຣນ ເລີ່ມປະ​ທະ​ກັນ​ດ້ວຍ​ກຳລັງ​ທະຫານ​ໃນ​ວັນ​ທີ 24 ກຸມພາ 2022 ເປັນຕົ້ນ​
ມາ, ເນື່ອງ​ຈາກ​ຜູ້ນຳ​ຄົນ​ກ່ອນ ບໍ່​ເຄີຍ​ສົນທະນາ​ທາງ​ໂທລະສັບ​ກັບ​ຜູ້ນຳ​ ຣັດ​ເຊຍ ແລະ ບໍ່​ເຄີຍ​ໄປ​ຢ້ຽມຢາມ​ປະເທດ​ຣັດ​ເຊຍ ຢ່າງ​ເປັນ​ທາງ​ການ.
ຜູ້ນຳ​ອາ​ເມ​ຣິ​ກາ ກ່າວ​ຕື່ມ​ວ່າ: ການ​ພົບ​ປະ​ປຶກສາ​ຫາລື​ຄັ້ງ​ສຳຄັນ​ກັບ​ຜູ້ນຳ​ ຣັດ​ເຊຍ ຈະ​ເກີດ​ຂຶ້ນ ໃນ​ອະນາຄົດ​ອັນ​ໃກ້​ນີ້ ທີ່​ປະເທດ ອາ​ຣາ​ບີ ຊາ​ອູ​
ດິດ ເນື່ອງ​ຈາກ​ເຈົ້າ​ຊາຍ​ໂມ​ຮຳ​ເໝັດ ບິນ ຊັນ​ມານ ມົງກຸດ​ລາຊະ​ກຸ​ມານ ແຫ່ງ ອາ​ຣາ​ບີ ຊາ​ອູ​ດິດ ເຊື້ອ​ເຊີນ​ໃນ​ນາມ​ປະເທດ​ເປັນກາງ ທີ່​ມີ​ບົດບາດ
​ອິດ​ທິ​ພົນ​ສູງ​ໃນ​ເວທີ​ສາກົນ. ຜູ້ນຳ​ອາ​ເມ​ຣິ​ກາ ຍັງ​ໄດ້​ເປີດເຜີຍ​ຂໍ້​ມູນ​ການ​ສົນທະນາ​ບາງ​ສ່ວນ​ໃຫ້​ຜູ້ນຳ​ ອູ​ແກຣນ ຮັບ​ຮູ້​ອີກ​ດ້ວຍ​ວ່າ: ຄວາມ​ຊ່ວຍ
ເຫຼືອ​ທັງ​ໝົດ​ທີ່ ອາ​ເມ​ຣິ​ກາ ມອບ​ໃຫ້​ແກ່​ ອູ​ແກຣນ ໄປ​ແລ້ວ​ນັ້ນ ມີ​ລາຄາ ແລະ ຄິດໄລ່​ອອກ​ມາ​ໃນ​ຮູບ​ແບບ​ເອົາ​ແຮ່​ຫາ​ຍາກ ມູນ​ຄ່າ 5 ແສນ​ລ້ານ​
ໂດ​ລາ​ສະຫະລັດ ທີ່​ອູ​ແກຣນ ຕ້ອງ​ຈ່າຍ​ຄືນ​ໃຫ້​ແກ່ ອາ​ເມ​ຣິ​ກາ.

     ໃນ​ວັນ​ດຽວ​ກັນ, ຢູ່​ກອງ​ປະຊຸມ ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຂອງ​ອົງການ​ສົນທິສັນຍາ​ປ້ອງ​ກັນ​ອັດ​ລັງ​ຕິກ​ເໜືອ (ນາ​ໂຕ) ລັດຖະ
ມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ອາ​ເມ​ຣິ​ກາ ກ່າວ​ວ່າ: ການ​ທີ່​ລັດຖະບານ​ກີ​ແອບ​ກຳນົດ​ເປົ້າ​ໝາຍວ່າ, ຕ້ອງການ​ກັບ​ໄປ​ມີ​ດິນແດນ​ຄື​ກັບ​ປີ 2014
ນັ້ນ ເປັນ​ພຽງ​ພາບ​ລວງ​ຕາ ແລະ ການ​ຈະ​ເຂົ້າ​ເປັນ​ສະມາຊິກ​ນາ​ໂຕ ຍິ່ງ​ເປັນ​ໄປ​ບໍ່​ໄດ້, ອາ​ເມ​ຣິ​ກາ ຈະ​ບໍ່​ສົ່ງ​ທະຫານ​ຂອງ​ຕົນ​ເຂົ້າ​ໄປ​ປະຈຳການ​ໃນ​
ອູ​ແກຣນ ບໍ່​ວ່າ​ຈະ​ມີ​ມະຕິ​ແບບ​ໃດ​​ກໍ​ຕາມ ແລະ ຢັ້ງຢືນ​ວ່າ, ຄວາມ​ໝັ້ນຄົງ​ຂອງ​ ອູ​ແກຣນ ຕ້ອງ​ແມ່ນ​ຮັບປະກັນ​ຈາກ​ທະຫານ​ເອີ​ຣົບ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/02/2025