ຍອດປະລິມານການຜະລິດໄຟຟ້າຢູ່ແລວພະລັງງານສະອາດ
ທີ່ໃຫຍ່ກວ່າໝູ່ຂອງໂລກໃນປີ 2024 ເພີ່ມຂຶ້ນ
ວັນທີ 9 ມັງກອນ ຜ່ານມາ, ກຸ່ມສາມຮ່ອມພູຈີນ ເປີດເຜີຍໃຫ້ຮູ້ວ່າ: ຍອດປະລິມານການຜະລິດໄຟຟ້າຢູ່ແລວພະລັງງານສະອາດໃຫຍ່
ກວ່າໝູ່ຂອງໂລກ ໃນປີ 2024 ໄດ້ເພີ່ມຂຶ້ນຫຼາຍກວ່າ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງເປັນກຳລັງຄ້ຳຊູທີ່ແຂງແຮງຕໍ່ການ
ປ່ຽນໃຊ້ພະລັງງານສີຂຽວຂອງຈີນ.
ໂຮງໄຟຟ້ານ້ຳຕົກ 6 ແຫ່ງ ຕາມສາຂາແມ່ນ້ຳຢັງຊີກຽງ ຄື: ອູ່ຕົ່ງເຕີ, ປາຍເຮີ້ທ່ານ, ຊີ່ໂລ້ຕູ້, ຊ້ຽງເຈ່ຍປ້າ, ສາມຮ່ອມພູ ແລະ ເກີໂຈ່ປ້າ
ປະກອບເປັນແລວພະລັງງານສະອາດທີ່ໃຫຍ່ກວ່າໝູ່ຂອງໂລກ. ໃນປີ 2024 ໄດ້ຜະລິດໄຟຟ້າປະລິມານ 295,904 ຕື້ກິໂລວັດໂມງ, ເພີ່ມ
ຂຶ້ນ 7,11% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເທົ່າກັບໄດ້ຫຼຸດການລະບາຍກາກບອນດີອອກຊິດ 240 ລ້ານໂຕນ.
ແຫຼ່ງທີ່ມາ: ຂກທ
ວັນທີ 14/01/2025