ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ ກາຍເປັນ​ຜູ້​ສົ່ງ​ອອກ​ສິນຄ້າ​ເຕັກ​ໂນ​ໂລ​ຊີ​ທີ່​ສຳຄັນ​ຂອງ​ ຣັດ​ເຊຍ

     ວິທະຍຸ​ກະຈາຍສຽງ​ ຫວຽດນາມ ລາຍ​ງານ​ໂດຍ​ອ້າງ​ຂໍ້​ມູນ​ຈາກ​ແຫຼ່ງ​ຂ່າວ​ການ​ທູດ​ລະດັບ​ສູງ ຈາກ ສ ອາ​ເມ​ຣິ​ກາ ແລະ ເອີ​ຣົບ ໃນ​
ວັນ​ທີ 14 ຕຸລາ 2024 ນີ້​ວ່າ: ອິນ​ເດຍ ເປັນ​ປະເທດ​ລາຍ​ໃຫຍ່ຖັດ​ຈາກ ​ສປ ຈີນ ໃນ​ການ​ສົ່ງ​ອອກ​ສິນຄ້າ​ຜະລິດ​ຕະ​ພັນ​ທາງ​ເຕັກ​ໂນ​ໂລ​
ຊີ​ທີ່​ສຳຄັນ​ໃຫ້​ແກ່ ຣັດ​ເຊຍ ໂດຍ​ສະເພາະ​ແຜງ​ວົງ​ຈອນ, ໄມ​ໂຄຣ​ຊິບ ແລະ ເຄື່ອງ​ກົນ​ຈັກ ອີກຫຼາຍ​ລາຍການ​ຈາກ​ ອິນ​ເດຍ ໄປ ຣັດ​ເຊຍ
ລວມ​ມູນ​ຄ່າ​ຫຼາຍ​ກວ່າ 60 ລ້ານ​ໂດ​ລາ ​ສະຫະລັດ ໃນ​ລະຫວ່າງ​ເດືອນ ເມສາ ແລະ ເດືອນ ພຶດສະພາ ທີ່​ຜ່ານ​ມາ, ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ
ເມື່ອ​ທຽບ​ກັບ​ສະຖິຕິ​ຂອງ​ເດືອນ​ກ່ອນ​ໜ້າ​ນີ້.

     ໃນ​ຂະນະ​ທີ່​ມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າ​ປະເພດ​ດັ່ງກ່າວ ຈາກ​ອິນ​ເດຍ ໄປ ຣັດ​ເຊຍ ເພີ່ມ​ຂຶ້ນ​ເປັນ 95 ລ້ານ​ໂດ​ລາ​ສະຫະລັດ ໃນ​ເດືອນ
ກໍລະກົດ, ເຮັດ​ໃຫ້ ອິນ​ເດຍ ກ້າວ​ຂຶ້ນ​ເປັນ​ອັນ​ດັບ 2 ຖັດ​ຈາກ ​ສປ ຈີນ ແລະ ເກືອບ 20% ຂອງ​ສິນຄ້າ​ທັງ​ໝົດ​ທີ່​ມີ​ການ​ສົ່ງ​ອອກ ເປັນ​ສິນ
ຄ້າ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ອຸດສາຫະກຳ​ປ້ອງ​ກັນ​ຊາດ​ຂອງ ​ຣັດ​ເຊຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 16/10/2024