ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວ​ອາ​ເມ​ຣິ​ກາ 25 ລ້ານ​ຄົນ ໄປເລືອກ​ຕັ້ງ​ປະທານາທິບໍດີ ລ່ວງ​ໜ້າ

     ສຳນັກ​ຂ່າວ​ຣອຍ​ເຕີ​ລາຍ ​ງານ​ວັນ​ທີ 25 ຕຸລາ 2024 ນີ້, ຂໍ້​ມູນ​ຈາກ​ຫ້ອງ​ປະຕິບັດການ​ເລືອກ​ຕັ້ງ​ຂອງ​ມະຫາວິທະຍາໄລ ຟລໍ​ຣີ​ດາ ຂອງ
ສ ອາ​ເມ​ຣິ​ກາ ວ່າ: ຊາວ​ອາ​ເມ​ຣິ​ກາ ຜູ້​ມີ​ສິດ​ເລືອກ​ຕັ້ງເກືອບ 25 ລ້ານ​ຄົນ ໄປ​ລົງ​ຄະແນນ​ສຽງເລືອກ​ຕັ້ງ​ປະທານາທິບໍດີ ສ ອາ​ເມ​ຣິ​ກາ ລ່ວງ​ໜ້າ
ກ່ອນ​ວັນ​ເລືອກ​ຕັ້ງ ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 5 ພະຈິກ 2024 ປີ​ນີ້. ສຳລັບ​ການ​ເລືອກ​ຕັ້ງລ່ວງ​ໜ້າດັ່ງກ່າວ​ເປັນ​ການ​ເດີນທາງໄປ​ລົງ​ຄະແນນ​
ສຽງດ້ວຍ​ຕົວ​ເອງ ແລະ ການ​ລົງ​ຄະແນນ​ທາງ​ໄປສະນີຫຼາຍ​ລັດ ລວມ​ທັງລັດ​ແຄ​ໂຣ​ໂລ​ນາ ແລະ ລັດຈໍ​ເຈຍ ໄດ້​ສ້າງ​ສະຖິຕິ​ໃໝ່ ໃນ​ວັນ​ທຳ​ອິດ​ຂອງ
​​ການ​ລົງ​ຄະ​ແນນ​ສຽງ​ລ່ວງ​ໜ້າ ໂດຍ​ຫລ້າ​ສຸດ​ເຫັນ​ວ່າ: ທ່ານ ນາງ ຄາ​ເມ​ລາ ແຮ​ຣີ​​ສ ຍັງ​ມີ​ຄະແນນນຳ​ໜ້າ ທ່ານ ໂດ​ນັນ ທຣຳ ດ້ວຍ​ຄະແນນ​ສຽງ
46% ຕໍ່ 43% ແລະ ຍັງ​ມີ​ອີກ​ຫຼາຍ​ລັດທົ່ວ​ປະເທດສຶບ​ຕໍ່ລົງ​ຄະແນນ​ສຽງໃຫ້​ສຳເລັດ ຕາມ​ເວລາ ທີ່​ກຳນົດ​ໄວ້.

ແຫຼ່ງທີ່ມາ: ຂກທ
ວັນທີ 29/10/2024