ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ ຖອນ​ຄືນ​ສິດ​ນິຕິ​ກຳ​ຂອງ​ຜູ້​ເຂົ້າ​ເມືອງ ຫຼາຍ​ກວ່​​າ 500.000 ຄົນ

     ວິທະຍຸ​ກະຈາຍສຽງ ຫວຽດນາມ ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ອາ​ເມ​ຣິ​ກາ ​ໄດ້​ປະກາດ ຢຸດ​ຂໍ້​ກຳນົດ​ນິຕິ​ກຳ​ຂອງ​ຜູ້​ເຂົ້າ​ເມືອງ 532.000 ຄົນ
ກຳນົດ​ເວລາ​ບັງຄັບ ພວກ​ເຂົາເຈົ້າ ຕ້ອງ​ອອກ​ຈາກ ອາ​ເມ​ຣິ​ກາ. ຄຳ​ຕັດສິນ​ນີ້ ແມ່ນ​ຄຳ​ໝັ້ນ​ສັນຍາ​ຂອງ ທ່ານ ໂດ​ນັນ ທຣຳ ປະ​ທາ​ນາ​ທິດ​ບໍດີ ອາ​ເມ
​ຣິ​ກາ ກ່ຽວ​ກັບ ບັ້ນ​ເນລະເທດ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນ​ປະຫວັດສາດ​ຂອງ ອາ​ເມ​ຣິ​ກາ ໃຫ້​ປະກົດ​ຜົນ​ເປັນ​ຈິງ ແລະ ຈຳກັດ ຄົນ​ເຂົ້າ​ເມືອງ.

     ຄຳ​ສັ່ງ​ດັ່ງກ່າວ ໄດ້​ສົ່ງ​ຜົນ​ສະທ້ອນ​ຕໍ່ ປະຊາຊົນ​ສ່ວນ​ຫຼາຍ ທີ່​ເດີນທາງ​ມາ​ຈາກ ພາກ​ພື້ນ ອາ​ເມ​ຣິ​ກາ​ລາ​ຕິນ​ໄປ ອາ​ເມ​ຣິ​ກາ ຕາມ​ລາຍການ​ໂດຍ
​ອຳນາດ​ການ​ປົກຄອງ​ຂອງ​ປະ​ທາ​ນາ​ບໍດີ ໂຈ​ໄບ ເດນ ຍົກ​ອອກ​ມາ​ເມື່ອ​ເດືອນ​ຕຸລາ​ປີ 2022 ແລະ ໄດ້​ເປີດ​ກວ້​​າງ​ໃນ ​ເດືອນ ​ມັງກອນ​ ປີ 2023.

     ຕາມ​ຂໍ້​ຕົກລົງ ສະບັບ​ໃໝ່, ພວກ​ເຂົາເຈົ້າ ຈະ​ເສຍ​ສິດ​ປົກ​ປ້ອງ ດ້ານ​ກົດໝາຍ​ພາຍຫຼັງ​ເວລາ 30 ວັນ ນັບ​ແຕ່​ເມື່ອ​ຄຳ​ສັ່ງ​ຂອງ​ກະຊວງ​ປ້ອງ​ກັນ​
ຄວາມ​ສະຫງົບ​ພາຍ​ໃນ​ໄດ້​ປະກາດ ເຊິ່ງ​ຄາດ​ວ່າ​ໃນ​ວັນ​ທີ 25 ມີນາ ຈະ​ມາ​ເຖິງ. ສິ່ງ​ດັ່ງກ່າວ ກໍ​ໝາຍ​ຄວາມ​ວ່າ ພວກ​ເຂົາເຈົ້າ ຈະ​ຕ້ອງ​ອອກ​ຈາກ​ປະ
ເທດ ອາ​ເມ​ຣິ​ກາ ກ່ອນ​ວັນ​ທີ 24 ເມສາ.

ແຫຼ່ງທີ່ມາ: ຂກທ
ວັນທີ 25/03/2025