ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຟີ​ລິບ​ປິນ ຫຼຸດ​ການ​ນຳ​ເຂົ້າ ເຂົ້າ​ຫຼາຍ​ກວ່າ 20% ຫຼັງ​ຜະລິດ​ໃນ​ປະເທດ​ເພີ່ມ​ຂຶ້ນ


     ວັນ​ທີ 2 ມິຖຸນາ 2025 ຟີ​ລິບ​ປິນ ນຳ​ເຂົ້າ ເຂົ້າ 1,7 ລ້ານ​ໂຕນ ໃນ 5 ເດືອນ ຂອງ​ປີ​ນີ້ ເຊິ່ງ​ຫຼຸດ​ລົງ 20,9% ຫຼັງ​ຈາກມີ​ການ​ຜະລິດ​ເຂົ້າພາຍ
​ໃນ​ປະເທດ ເພີ່ມ​ຂຶ້ນ 4,69 ລ້ານ​ໂຕນ ໃນ​ໄຕ​ມາດ​ທຳ​ອິດຂອງ​ປີ​ນີ້ ເຊິ່ງ​ເພີ່ມ​ຂຶ້ນຈາກ 4,68 ລ້ານ​ໂຕນ ເມື່ອ​ທຽບໃສ່​ປີ​ກາຍ. ຟີ​ລິບ​ປິນຈະ​ເປັນ​ປະ
ເທດ ນຳ​ເຂົ້າ ເຂົ້າ​ລາຍ​ໃຫຍ່​ທີ່​ສຸດຂອງ​ໂລກ​ໃນ​ປີ 2025, ຄາດ​ວ່າ ຈະ​ເພີ່ມ​ຂຶ້ນ​ເປັນ 5,4 ລ້ານ​ໂຕນ ແລະ 5,5 ລ້ານ​ໂຕນ​ໃນ​ປີ 2026, ຍ້ອນ​ການ
​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ ແລະ ການທ່ອງທ່ຽວເພີ່ມ​ຂຶ້ນລວມ​ທັງ ເຂົ້າຍັງ​ເປັນ​ສະບຽງ​ອາຫານ​ຫຼັກ​ຂອງ​ຊາວ​ຟີ​ລິບ​ປິນ.

     ຂະນະ​ທີ່ ລັດຖະບານ ຟີ​ລິບ​ປິນ ມີ​ມາດ​ຕະການ ຫຼຸດ​ອັດຕາ​ພາສີ​ນຳ​ເຂົ້າ ເຂົ້າເຫຼືອ 15% ໄປ​ຈົນ​ເຖິງ​ປີ 2028 ເພື່ອ​ຮັກສາ​ຄວາມ​ດຸ່ນ​ດ່ຽງ ລະ
ຫວ່າງການ​ຜະລິດ​ພາຍ​ໃນ ແລະ ຕອບ​ສະໜອງຄວາມ​ຕ້ອງການ​ບໍລິໂພກ.

ແຫຼ່ງທີ່ມາ: ຂກທ
ວັນທີ 05/06/2025