ຄວາມເຄັ່ງຕຶງທາງການເມືອງຂອງ ສ ເກົາຫຼີ ປະທານາທິບໍດີ ຖືກຮຽກຮ້ອງໃຫ້ລາອອກ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ວັນທີ 04 ທັນວາ 2024 ນີ້ວ່າ: ພັກປະຊາທິປະໄຕ (DP) ຝ່າຍຄ້ານຢູ່ ສ.ເກົາຫຼີ
ໄດ້ຮຽກຮ້ອງໃຫ້ ທ່ານ ຢຸນ ຊັອກຢໍ (Yoon Suk Yeol) ປະທານາທິບໍດີ ລາອອກຈາກຕຳແໜ່ງ ພ້ອມທັງຖະແຫຼງວ່າ: ຈະຕິດຕາມ
ການພິຈາລະນາໂທດຖ້າຫາກວ່າຜູ້ກ່ຽວປະຕິເສດ.
ໃນມະຕິ ທີ່ໄດ້ຮັບຮອງເອົາໃນວາລະປະຊຸມຮີບດ່ວນຢູ່ສະພາແຫ່ງຊາດໃນຕອນເຊົ້າວັນດຽວກັນ, ພັກປະຊາທິປະໄຕ ຊີ້ແຈ້ງວ່າ:
“ການປະກາດກົດໄອຍະການເສິກຂອງທ່ານ ຢຸນ ຊັອກຢໍ ໄດ້ລະເມີດລັດຖະທຳມະນູນ” ແລະ ບໍ່ມີຂໍ້ໃດເຂົ້າເງື່ອນໄຂ ໃນການປະກາດ
ກົດໄອຍະການ ເສິກ”. ໃນວັນດຽວກັນ, ຫຼາຍແຫຼ່ງຂ່າວ ໄດ້ລາຍງານຂ່າວວ່າ: ທ່ານຫົວໜ້າຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ແລະ
ບັນດາເລຂາຂັ້ນສູງ ໄດ້ຍື່ນຂໍລາອອກຈາກຕຳແໜ່ງ. ດ້ານສໍານັກຂ່າວສານຊີເອັມຈີຂອງຈີນ ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ສ ເກົາຫຼີ
ໄດ້ຈັດກອງປະຊຸມວຽກງານແຫ່ງລັດ ແລະ ໄດ້ຜ່ານມະຕິຍົກເລີກກົດໄອ ຍະການເສິກ ແລ້ວ ເຊິ່ງຕອນເຊົ້າຂອງມື້ດຽວກັນ, ທ່ານ ຢຸນ
ຊັອກຢໍ ປະທານາ ທິບໍດີ ສ ເກົາຫຼີ ໄດ້ປະກາດຜ່ານລາຍການສົດທາງໂທລະພາບວ່າ: ໄດ້ຖອນທະຫານທີ່ປະຕິບັດກົດໄອຍະການເສິກ
ຄືນແລ້ວ ແລະ ຈະຍົກເລີກກົດໄອ ຍະການເສິກດ້ວຍການໄຂກອງປະຊຸມຂອງລັດ.
ທ່ານ ຢຸນ ຊັອກຢໍ ໄດ້ກ່າວຄຳປາໄສສຸກເສີນຢູ່ທຳນຽບປະທານາທິບໍດີ, ເຂດຢອງຊານນະຄອນຫຼວງເຊອຸນ ໃນຕອນຄ່ຳຂອງວັນທີ 3
ທັນວາ ຜ່ານມາ, ໂດຍໄດ້ປະກາດປະຕິບັດກົດໄອຍະການເສິກໂດຍໃຫ້ເຫດຜົນວ່າ, ມາດຕະການສຸກເສີນດັ່ງກ່າວ ມີຂຶ້ນເພື່ອກຳຈັດ “ ອິດ
ທິກຳ ລັງທີ່ກ້າວຕາມ ສປປ ເກົາຫຼີ ” ແລະ ຮັກສາຄວາມສະຫງົບຮຽບຮ້ອຍຕາມລັດຖະທຳມະນູນ.
ແຫຼ່ງທີ່ມາ: ຂກທ
ວັນທີ 09/12/2024