ນາຍົກອັງກິດ ຢັ້ງຢືນເດັດດ່ຽວ ຈະສືບຕໍ່ສະໜັບສະໜູນ ອູແກຣນ
ໂທລະພາບແຫ່ງ ສປ ຈີນ ລາຍງານໃນວັນທີ 1 ມີນາ 2025 ວ່າ:ໂຄສົກສຳນັກງານນາຍົກ ລັດຖະມົນຕີອັງກິດກ່າວວ່າ, ທ່ານ ເຄຍ ສະ
ຕາເມີ ນາຍົກລັດ ຖະມົນຕີອັງກິດໄດ້ກ່າວຢ້ຳໃນເວລາພົບປະກັບ ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນ ວ່າ, ອັງກິດຈະ
ສະໜັບສະໜູນອູແກຣນຢ່າງເດັດດ່ຽວໜຽວແໜ້ນ ແລະ ຈະຢືນຢູ່ຂ້າງ ອູແກຣນ ຢ່າງສະເໝີຕົ້ນສະເໝີປາຍ.
ໂຄສົກສຳນັກງານນາຍົກ ລັດຖະມົນຕີອັງກິດປະກາດພາຍຫຼັງສິ້ນສຸດການພົບປະລະບຸວ່າ: ອັງກິດສຸມໃສ່ການຮັບປະກັນການສ້າງສັນຕິ
ພາບທີ່ຍຸຕິທຳ ແລະ ຖາວອນເພື່ອຮັບປະກັນອະທິປະໄຕ ແລະ ຄວາມໝັ້ນຄົງຂອງ ອູແກຣນ. ລັດຖະມົນຕີກະຊວງການເງິນ ອູແກຣນ ກ່າວ
ຜ່ານສື່ສັງຄົມອອນລາຍ ຫຼັງການພົບປະວ່າ: ອັງກິດເຫັນດີສະໜອງເງິນກູ້ທີ່ມີມູນຄ່າເຖິງ 2,26 ຕື້ປອນ (ສະກຸນເງິນອັງກິດ)ໃຫ້ແກ່ອູແກຣນ
ເພື່ອສະໜັບສະໜູນ ອູແກຣນໃນການຍົກສູງຄວາມສາມາດວຽກງານປ້ອງກັນປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/03/2025