ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເອີ​ຣົບ ກຳລັງ​ປະ​ເຊີນ​ໜ້າ​ກັບ​ລາຄາ​ອາວຸດທີ່​ເພີ່ມ​ຂຶ້ນ​ສູງ

     ​​ສໍານັກ​ຂ່າວ ຣອຍ​ເຕີ ລາຍ​ງານ​ໃນ​ວັນ​ທີ 18 ພຶດສະພາ​ນີ້​ວ່າ: ທ່ານ ແຮນ​ໂນ ລັດຖະມົນຕີ​ປ້ອງ​ກັນ​ຊາດ​ແອັດ​ສະ​ໂຕ​ນີ, ໃຫ້​ຮູ້​ວ່າ
ບັນດາ​ປະເທດ ເອີ​ຣົບ ກຳລັງ​ປະ​ເຊີນ​ໜ້າ​ກັບ​ລາຄາ​ອາວຸດ​ທີ່​ເພີ່ມ​ຂຶ້ນ​ສູງ ໃນ​ສະພາບ​ການ​ທີ່​ອົງການ ນາ​ໂຕ ໄດ້​ເພີ່ມ​ທະວີ​ດັດຊະນີ​ປ້ອງ​
ກັນ​ຊາດ. ຕົວ​ຈິງ​ໃຫ້​ເຫັນ​ວ່າ ລາຄາ​ບາງ​ປະເພດ​ສິນຄ້າ​ດ້ານ​ການ​ກະ​ຫານ​ໄດ້​ເພີ່ມ​ຂຶ້ນ​ປະມານ 50%, ຊ້ຳບໍ່ໜຳ​ແມ່ນ 60% ເມື່ອ​ທຽບ​
ກັບ 2 ປີ​ກ່ອນ.

     ການ​ເພີ່ມ​ຂຶ້ນ​ຢ່າງ​ກະທັນຫັນ​ຂອງ​ອາວຸດ ແລະ ບັນດາ​ປະເພດ​ສິນຄ້າ​ດ້ານ​ການ​ທະຫານ ພວມ​ເຮັດ​ໃຫ້​ແຜນການ​ໃຊ້​ຈ່າຍ​ປ້ອງ​ກັນ​
ຊາດ​ຂອງ ນາ​ໂຕ ຖືກ​ສັບສົນ ໃນ​ສະພາບ​ການ ເອີ​ຣົບ ຖືກ​ກົດ​ດັນ​ຕ້ອງ​ປະກອບ​ອາວຸດ​ຄືນໃໝ່. ເອີ​ຣົບ ກໍ​ຕ້ອງ​ແບກ​ຫາບ​ເງິນ​ອຸປະຖຳ​
ໃຫ້​ແກ່ ອູ​ແກຣນ ສ່ວນ​ຫຼາຍ ໃນ​ການ​ປະ​ທະ​ກັນ​ກັບ ຣັດ​ເຊຍ ຂະນະ​ທີ່ ອາ​ເມ​ຣິ​ກາ ໄດ້​ຫັນ​ຈຸດ​ສຸມ​ໄປ​ຍັງ​ເຂດ​ອື່ນ. ແຕ່​ຂະແໜງ​ອຸດສາ
ຫະກຳ​ປ້ອງ​ກັນ​ຊາດ ເອີ​ຣົບ ພັດ​ບໍ່​ທັນ​ກຽມພ້ອມ​ການ​ລົງທຶນ​ເປີດ​ກວ້າງ​ການ​ຜະລິດ ກ່ອນ​ທີ່​ບັນດາ​ລັດຖະບານ ເຊັນ​ສັນຍາ​ທາງ​ການ.

ແຫຼ່ງທີ່ມາ: ຂກທ
ວັນທີ 21/05/2026