ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ສະໜັບສະໜູນ​ສືບຕໍ່​ເຈລະຈາ​ກັບ ອູ​ແກຣນ


     ​ວັນ​ທີ 4 ມິຖຸນາ 2025 ທ່ານ ຢູ​ຣິ ວິກ​ໂຕ​ ໂຣ​ຊິ ຢູ​ຊາກ ຜູ້​ຊ່ວຍ​ວຽກ​ປະທານາທິບໍດີ​ຣັດ​ເຊຍ ​ໃຫ້​ຮູ້​ວ່າ: ຣັດ​ເຊຍ ​ຫວັງ​ວ່າ​ບັນດາ​ການ​
ເຈລະຈາ​ກັບ​ ອູ​ແກຣນ ຈະ​ສືບຕໍ່​ດຳເນີນ​ພາຍຫລັງ​ບັນດາ​ຝ່າຍ​ຄົ້ນ​ຄວ້າ​ຮ່າງ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ການ​ແກ້​ໄຂ ການ​ປະ​ທະ​ກັນ,
ຣັດ​ເຊຍ ແລະ ອູ​ແກຣນ ດຳເນີນ​ການ​ເຈລະຈາ 2 ຮອບ.

     ໃນ​ວັນ​ທີ 16 ພຶດສະພາ ແລະ ວັນ​ທີ 2 ມິຖຸນາ ບັນດາ​ການ​ເຈລະຈາ​ບັນລຸ​ໄດ້​ໝາກຜົນ​ໃດ​ໜຶ່ງ​ດ້ວຍ​ເລື່ອງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ
​ພາບ​ແລກປ່ຽນ​ຊະເລີຍ​ເສິກ ແລະ ຊາກ​ສົບ​ນາຍ​ທະຫານ, ປຶກສາ​ຫາລື​ກ່ຽວ​ກັບ ຄວາມ​ສາມາດ​ຢຸດ​ຍິງ​ໃນ​ອະນາຄົດ, ພ້ອມ​ທັງ​ມອບ​ບົດ​ບັນ
ທຶກ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ປະ​ທະ​ກັນ, ເພື່ອ​ໃຫ້​ສອງ​ຝ່າຍ​ຄົ້ນຄວ້າ.

     ຂະນະ​ທີ່ ທ່ານ ປະທານາທິບໍດີ​ອູ​ແກຣນ ປະກາດ​ພ້ອມ​ແລ້ວ ທີ່​ຈະ​ເຂົ້າ​ຮ່ວມກອງ​ປະຊຸມ 4 ຝ່າຍ,ພ້ອມ​ກັບ ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ
ປະທານາທິບໍດີ ຣັດ​ເຊຍ, ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ ສະຫະລັດ ອາ​ເມ​ຣິ​ກາ ແລະ ທ່ານ ຣີ​ເຊັບ ໄທ​ຢິບ ອີ​ໂດ​ກັນ ​ປະທານາທິບໍດີ
ຕວັກ​ກີ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/06/2025