ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ ອາ​ເມ​ຣິ​ກາ ສັ່ງ​ຢຸດ​ການ​ສະໜອງ​ທຶນ​
ໃຫ້ ສຳນັກ​ຂ່າວ ວີ​ໂອ​ເອ ແລະ ສື່​ມວນ​ຊົນ​ອື່ນໆ

     ສຳນັກ​ຂ່າວ​ເອ​ພີ​ ລາຍ​ງານ​ໃນ​ວັນ​ທີ 16 ມີນາ ວ່າ: ພະນັກງານ​ຫຼາຍ​ຮ້ອຍ​ຄົນ​ຂອງ ວີ​ໂອ​ເອ Voice of America (VOA), ວິທະ
ຍຸ​ອາຊີ​ເສລີ (Radio Free Asia), ວິທະຍຸ​ເສລີ​ເອີ​ຣົບ (Radio Free Europe) ແລະ ສື່​ອື່ນໆ ໄດ້​ຮັບ​ອີ​ເມວ​ໃນ​ທ້າຍ​ອາທິດ​ຜ່ານ​ມາ
ເຊິ່ງ​ໄດ້​ແຈ້ງ​ຄຳ​ສັ່ງ​ຫ້າມ​ເຂົ້າ​ຫ້ອງການ, ລວມ​ທັງ​ການ​ເກັບ​ຄືນ​ບັດ​ສຳລັບ​ສື່​ມວນ​ຊົນ ແລະ ອຸປະກອນ​ການ​ເຮັດ​ວຽກ​ອື່ນໆ.

     ການ​ປົດ​ຕຳແໜ່ງ​ດັ່ງກ່າວ ແມ່ນ​ປະຕິບັດ​ຕາມ​ຄຳ​ສັ່ງ​ບໍລິ ຫານ​ຂອງ ທ່ານ ໂດ​ນັນ ທຣຳ ປະ ທານາທິບໍດີ ອາ​ເມ​ຣິ​ກາ ໃນ​ວັນ​ທີ 14 ມີນາ
ຜ່ານ​ມາ ເຊິ່ງ​ກຳນົດ​ໃຫ້​ອົງການ​ສື່​ມວນ​ຊົນ​ໂລກ​ຂອງ​ອາ​ເມ​ຣິ​ກາ (USAGM) ເປັນ​ໜຶ່ງ​ໃນ​ອົງການ​ຂອງ​ລັດຖະບານ​ກາງ​ທີ່​ບໍ່​ຈຳເປັນ, ໂດຍ​
ຫ້ອງການ​ດັ່ງກ່າວ ມີ​ພະນັກງານ​ປະມານ 3.500 ຄົນ ແລະ ງົບປະມານ ປີ 2024 ປະມານ 886 ລ້ານ​ໂດ​ລາ. ຫ້ອງການ​ດັ່ງກ່າວ ເຊິ່ງ​ເປັນ​
ອົງການ​ແມ່​ຂອງ VOA ໄດ້​ຍົກ ເລີກ​ສັນຍາ​ທັງ​ໝົດ​ກັບ​ບໍລິສັດ​ວິທະຍຸ​ກະຈາຍສຽງ​ສາກົນ​ທີ່​ໄດ້​ຮັບ​ທຶນ​ສະໜັບສະໜູນ​ຈາກ ອາ​ເມ​ຣິ​ກາ ເຊິ່ງ
​ລວມ​ທັງ​ວິທະຍຸ​ເສລີ​ເອີ​ຣົບ ແລະ ວິທະຍຸ​ອາຊີ​ເສລີ, ໂດຍ​ທ່ານ ໄມ​ເຄີ​​ລ ອັບ​ຣາ​ມໍ​ວິດ ອຳນວຍ​ການ​ຂອງ​ວີ​ໂອ​ເອ ກ່າວ​ວ່າ: ພະນັກງານ​ເກືອບ​
ທັງ​ໝົດ ຊຶ່ງ​ເປັນ​ນັກ​ຂ່າວ, ຜູ້​ຜະລິດ​ລາຍການ ແລະ ຜູ້​ຊ່ວຍ​ປະມານ 1.300 ຄົນ ໄດ້​ຖືກ​ພັກ​ວຽກ​ໂດຍ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ.

     ດ້ານ​ທຳ​ນຽບ​ຂາວ ລະບຸ​ວ່າ: ການ​ປົດ​ພະນັກງານ​ມີ​ເປົ້າ​ໝາຍ​ໃຫ້​ຜູ້​ທີ່​ເສຍ​ພາສີ​ບໍ່​ຕ້ອງ​ແບກ​ຮັບ​ພາລະ​ຄ່າ​ໃຊ້​ຈ່າຍ​ສຳລັບ​ການ​ໂຄສະນາ​
ຊວນ​ເຊື່ອ​ອີກ​ຕໍ່​ໄປ. ເຖິງ​ຢ່າງໃດ​ກໍ​ຕາມ, ມີ​ການ​ຄາດ​ຄະເນ​ວ່າ ການ​ປົດ​ພະນັກງານ​ຄັ້ງ​ນີ້​ຈະ​ປະສົບ​ກັບ​ສິ່ງ​ທ້າ​ທາຍ ເນື່ອງ​ຈາກ​ລັດ​ຖະ​ສະພາ​
ຄອງ​ເກ​​ສ ມີ​ອຳນາດ​ຕາມ​ລັດ​ຖະ​ທຳ​ມະນູນ​ໃນ​ການ​ຈັດ​ສັນ​ງົບປະມານ ບໍ່​ແມ່ນ​ປະທານາທິບໍດີ.

ແຫຼ່ງທີ່ມາ: ຂກທ
ວັນທີ 20/03/2025