ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ຈະ​ເປັນ​ເຈົ້າ​ການ​ເຮັດ​ທຸກ​ຢ່າງ ເພື່ອ​ປົກ​ປັກ​ຮັກສາຄວາມ​ໝັ້ນຄົງ​ດ້ານ​ຍຸດ​ທະ​ສາດ​ທົ່ວ​ໂລກ

     ​​ວັນ​ທີ 30 ພຶດສະພາ​ນີ້, ທ່ານ​ເມີ້ງ​ຊຽງ​ຊີ່ງ ຫົວໜ້າ​ຄະນະ​ຜູ້​ແທນ​ຊ່ຽວຊານ​ນັກວິຊາການ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ທັງ​ເປັນ
​ສາ​ສະ​ດາ​ຈານ​ມະຫາວິທະຍາໄລ​ປ້ອງ​ກັນ​ຊາດ​ຂອງ​ຈີນ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ຊາງ​ກຣີ​ລາ​ ຄັ້ງ​ທີ 23 ທີ່​ຈັດ​ຂຶ້ນ​ຢູ່​ສິງກະໂປ
ແລະ ກ່າວ​ຄຳ​ປາ​ໄສ​ທີ່​ພາດ​ຫົວ​ເລື່ອງ​ວ່າ “ທຸ່ມ​ເທ​ກຳລັງ​ທາງ​ບວກ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ຍຸດ​ທະ​ສາດ​ທົ່ວ​ໂລກ”.

     ທ່ານ​ເມີ້ງ​ຊຽງ​ຊີ່ງ​ກ່າວ​ວ່າ: ຄວາມ​ໝັ້ນຄົງ​ດ້ານ​ຍຸດ​ທະ​ສາດ​ທົ່ວ​ໂລກ​ໃນ​ປັດຈຸບັນ​ໄດ້​ຜະເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຂັ້ນ, ຈີນ​ສະເໜີ​
ຂໍ້​ລິ​ເລິ່ມ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ ແລະ ຂໍ້​ລິ​ເລິ່ມ​ການ​ບໍລິຫານ​ທົ່ວ​ໂລກ, ມີ​ຄວາມ​ເຫັນ​ໃຫ້​ຍຶດ​ໝັ້ນ​ລັດທິ​ຫຼາຍ​ຝ່າຍ ແລະ ການ​ປົກຄອງ​
ດ້ວຍ​ກົດໝາຍ​ສາກົນ, ຊຸກຍູ້​ການ​ສ້າງ​ລະບົບ​ການ​ຄຸ້ມ​ຄອງ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ​ທີ່​ຍຸດຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ຫຼັກ​ໝັ້ນ
​ໃນ​ບັນຫາ​ນິວ​ເຄລຍ​ຂອງ​ຈີນ​ແມ່ນ​ສະເໝີ​ຕົ້ນ​ສະເໝີ​ປາຍ,ທັງ​ຈະແຈ້ງ​ທີ່​ສຸດ,ຈີນ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນທາງ​ການ​ພັດທະນາ​ໂດຍ​ສັນຕິ, ປະ
ຕິບັດ​ຍຸດ​ທະ​ສາດ​ນິວ​ເຄລຍ​ທີ່​ປ້ອງ​ກັນ​ຕົວ ແລະ ຈະ​ບໍ່​ນຳ​ໃຊ້​ອາວຸດ​ນິວ​ເຄລຍ​ກ່ອນ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/06/2026